ຫວຽດນາມ ບັນລຸຄວາມຄືບຫນ້າໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງຊາຍ
21/03/2013 10:38
ວັນທີ 20/3, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເຢືອງວັນກ໋ວາງ ຫົວຫນ້າຄະນະຜູ້ຕາງຫນ້າຂອງຫວຽດນາມ ປະຈຳ UNESCO ແລະ ຜູ້ຕາງຫນ້າປະທານປະເທດ ປະຈຳອົງການໃຊ້ພາສາ ຝລັ່ງ (OIF) ນຳຫນ້າ ໄດ້ເຂົ້າຮ່ວມເວທີປາໄສແມ່ຍິງໃຊ້ພາສາຝລັ່ງໂລກຄັ້ງທຳອິດຢູ່ ປາຣີ
(vovworld) - ວັນທີ 20/3, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເຢືອງວັນກ໋ວາງ ຫົວຫນ້າຄະນະຜູ້ຕາງຫນ້າຂອງຫວຽດນາມ ປະຈຳ UNESCO ແລະ ຜູ້ຕາງຫນ້າປະທານປະເທດ ປະຈຳອົງການໃຊ້ພາສາ ຝລັ່ງ (OIF) ນຳຫນ້າ ໄດ້ເຂົ້າຮ່ວມເວທີປາໄສແມ່ຍິງໃຊ້ພາສາຝລັ່ງໂລກຄັ້ງທຳອິດຢູ່ ປາຣີ ເນື່ອງໃນໂອກາດວັນໃຊ້ພາສາຝລັ່ງ ສາກົນ ຄືວັນທີ 20/3. ເມື່ອແລກປ່ຽນກັບນັກຂ່າວ, ທ່ານເອກອັກຄະລັດຖະທູດ ເຢຶອງວັນກວ໋າງ ຖືວ່າ: ເວທີປາໄສແມ່ນການປຸກສະຕິໃຫ້ທຸກຄົນຕໍ່ຫນ້າບັນຫາຮ້ອນເຮັ່ງໃນປະຈຸບັນ ນັ້ນແມ່ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ແນວຄິດຖືເພດຊາຍສຳຄັນກວ່າເພດຍິງ.
Related






