VOV WorldVOV World
ຫວຽດນາມ ແລະ ກຳປູເຈຍ ຕ້ອງມີຄວາມຮັບຜິດຊອບດ້ານປະຫວັດສາດຕໍ່ກັບແມ່ນ້ຳຂອງ
04/07/2012 09:48
ຫວຽດນາມ ​ແລະ ກຳປູ​ເຈຍ ພວມ​ຢືນ​ຕໍ່ຫນ້າ​ຄວາມ​ຮັບຜິດຊອບ​ດ້ານ​ປະຫວັດສາດດ້ວຍ​ການ​ຄົງ​ຕົວ​ແບບ​ຍືນ​ຍົງ​ຂອງ​ແມ່​ນ້ຳຂອງ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ໂດຍ​ທ່ານ Kim Kean Hor ລັດຖະມົນຕີ​ກະຊວງ​ຊົນລະປະທານ ​ແລະ ອຸຕຸນິຍົມ ກຳ​ປູ​ເຈຍ ທີ່ການ​ເຮັດ​ວຽກ​ກັບ​ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ
ຫວຽດນາມ ແລະ ກຳປູເຈຍ ຕ້ອງມີຄວາມຮັບຜິດຊອບດ້ານປະຫວັດສາດຕໍ່ກັບແມ່ນ້ຳຂອງ
ທ່ານ Kim Kean Hor ລັດຖະມົນຕີ​ກະຊວງ​ຊົນລະປະທານ ​ແລະ ອຸຕຸນິຍົມ ກຳ​ປູ​ເຈຍ ແລະ ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ພາບ: internet (vovword) -  ຫວຽດນາມ ​ແລະ ກຳປູ​ເຈຍ ພວມ​ຢືນ​ຕໍ່ຫນ້າ​ຄວາມ​ຮັບຜິດຊອບ​ດ້ານ​ປະຫວັດສາດດ້ວຍ​ການ​ຄົງ​ຕົວ​ແບບ​ຍືນ​ຍົງ​ຂອງ​ແມ່​ນ້ຳຂອງ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ໂດຍ​ທ່ານ Kim Kean Hor ລັດຖະມົນຕີ​ກະຊວງ​ຊົນລະປະທານ ​ແລະ ອຸຕຸນິຍົມ ກຳ​ປູ​ເຈຍ ຍົກ​ອອກມາ ​​ໃນຕອນ​ບ່າຍ​ວັນ​ທີ 3/7 ຢູ່ ນະຄອນຫລວງ ພະນົມ​ເປັນ ທີ່ການ​ເຮັດ​ວຽກ​ກັບ​ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ເຊິ່ງ​ພວມ​ຢ້ຽມຢາມ ກຳປູ​ເຈຍ. ທີ່​ການ​ເຮັດ​ວຽກ, ການ​ນຳ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ແລະ ກະຊວງ​ຊົນລະປະທານ ອຸຕຸ​ນິຍົມ ກຳ​ປູ​ເຈຍ ​ໄດ້​ປຶກສາ​ຫາລື ​ແລະ ຮັບ​ຮອງ​ເອົາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ເລື່ອງ​ສອງ​ປະ​ເທດ​ພ້ອມ​ກັນ​ປະຕິບັດ​​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຜົນກະທົບ​ຈາກ​ການ​ພັດທະນາ​​ເຂື່ອນໄຟຟ້າ​ໃນ​ແມ່​ນ້ຳຂອງ ​ແລະ ບັນດາ​ຮູບ​ການ​ພັດທະນາ​ອື່ນ​ຢູ່​ຍ່ານ​ເຫນືອ​ຕະຫລອດ​ຮອດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຂອງ ກຳປູ​ເຈຍ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ຫວຽດນາມ. ທ່ານ Nguyen Minh Quang ລັດຖະມົນຕີ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ໃຫ້​ຮູ້​ວ່າ:        
TAG
ແມ່ນ້ຳຂອງ