ຫວຽດນາມ ຍູ້ແຮງການປົກປ້ອງ ສິດຂອງຜູ້ອຸປະໂພກບໍລິໂພກ
15/03/2012 10:54
ຢູ່ ຫວຽດນາມ ວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກທີ່ພວມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ

ຜູ້ອຸປະໂພກບໍລິໂພກຕ້ອງມີສິດເລືອກເຟັ້ນສິນຄ້າ ພາບປະກອບ: internet (vovworld) - ເນື່ອງໃນໂອກາດ “ວັນແຫ່ງສິດຂອງຜູ້ອຸປະໂພກບໍລິໂພກ” ຕອນເຊົ້າວັນທີ 15/3 ຢູ່ ນະຄອນໂຮ່ຈິມີນ ໄດ້ດຳເນີນງານຊຸມນຸມມິດຕິງລະນຶກວັນດັ່ງກ່າວພາຍໃຕ້ຫົວຂໍ້ວ່າ: “ປົກປ້ອງສິດຂອງຜູ້ອຸປະໂພກບໍລິໂພກແມ່ນປົກປ້ອງພວກເຮົາເອງ.” ກ່າວຄຳເຫັນນະພິທີ, ທ່ານ ເຈີນກວກຕວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ເນັ້ນຫນັກວ່າ: ຢູ່ ຫວຽດນາມ ວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກທີ່ພວມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ, ພົ້ນເດັ່ນແມ່ນການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກດ້ວຍບັນດາສິດລະອຽດຄື: ສິດໄດ້ຮັບຄວາມປອດໄພ, ສິດໄດ້ຮັບຂ່າວຄາວ, ສິດໃນການເລືອກເຟັ້ນ, ສິດໄດ້ຮັບຟັງ... ກ່ຽວກັບການຜັນຂະຫຍາຍບັນດາມາດຕະການຮັບປະກັນສິດຂອງ ຜູ້ອຸປະໂພກບໍລິໂພກ, ທ່ານ ເຈີນວິນຍູງ, ຮອງຫົວຫນ້າພະແນກອຸດສາຫະກຳການຄ້າ ນະຄອນໂຮ່ຈິມີນ ຊີ້ແຈງວ່າ:
TAG
ຜູ້ອຸປະໂພກບໍລິໂພກ
Related






