ຫວຽດນາມຈະພັດທະນາ ທ່າກຳປັ່ນທະເລທ່ອງທ່ຽວລະດັບສາກົນ
25/07/2014 11:57
(vovworld)- ຫວ່າງແລ້ວນີ້, ລັດຖະບານຫວຽດນາມຫາກໍເຊັນອະນຸມັດການດັດປັບແຜນກຳນົດພັດທະນາລະບົບທ່າກຳປັ່ນທະເລຫວຽດນາມເຖິງປີ 2020...

ແຂກທ່ອງທ່ຽວສາກົນມາທ່ອງທ່ຽວຫວຽດນາມດ້ວຍທາງເຮືອ (ພາບ: baomoi) (vovworld)- ຫວ່າງແລ້ວນີ້, ລັດຖະບານຫວຽດນາມຫາກໍເຊັນອະນຸມັດການດັດປັບແຜນກຳນົດພັດທະນາລະບົບທ່າກຳປັ່ນທະເລຫວຽດນາມເຖິງປີ 2020, ກຳນົດທິດເຖິງປີ 2030. ໃນຈຳນວນ 6 ກຸ່ມ ທ່າກຳປັ່ນທະເລຖືກວາງແຜນກຳນົດຈາກພາກເໜືອລົງຮອດພາກໃຕ້, ບັນດາ ທ່າກຳປັ່ນ ຮ່ອນກາຍ ແຂວງກວາງນິງ, ເຈີນໄມ ແຂວງເທື່ອທຽນເຫ້ວ, ຕຽນຊາ ນະຄອນດານັ້ງ, ເດີມມົນ ແລະ ຍາຈາງ ແຂວງ ແຄ້ງຮ່ວາ, ຊາວມາຍ-ເບັ້ນດິງ ນະຄອນໂຮ່ຈິມິນ ໄດ້ຖືກວາງແຜນກຳນົດເປັນ ທ່າກຳປັ່ນຮັບໃຊ້ການພັດທະນາການທ່ອງທ່ຽວກຳປັ່ນທະເລ. ຂະແໜງທ່ອງທ່ຽວພວມຕັ້ງໜ້າຊຸກຍູ້ການໂຄສະນາການທ່ອງທ່ຽວທະເລດ້ວຍບັນດາຜະລິດຕະພັນພິເສດ, ເປີດກ້ວາງຕະຫຼາດຕ້ອນຮັບແຂກທ່ອງທ່ຽວ, ພັດທະນາການທ່ອງທ່ຽວເຂດທະເລໝູ່ເກາະຢ່າງແຂງແຮງ, ແນໃສ່ໂຄສະນາບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ພາບພົດຫວຽດນາມໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.
TAG
vov/vovworld/ທ່ອງທ່ຽວ/ທ່າກຳປັ່ນ
Related






