ຫວຽດນາມຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຍີ່ປຸ່ນລົງທຶນຢູ່ຫວຽດນາມ
16/07/2014 10:27
(vovworld)- ຕອນບ່າຍວັນທີ 15/7, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ

ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ທ່ານ Hiroshi Watanabe, ຜູ້ວ່າການທະນາຄານຮ່ວມມືສາກົນຍີ່ປຸ່ນ ພາບ:vietnamplus.vn (vovworld)- ຕອນບ່າຍວັນທີ 15/7, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Hiroshi Watanabe, ຜູ້ວ່າການທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC) ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.ທີ່ການຕ້ອນຮັບ, ທ່ານປະທານປະເທດເຈືອງເຕີນຊາງ ຕີລາຄາສູງຈຸດປະສົງການຢ້ຽມຢາມຂອງຄະນະ,ສືບຕໍ່ເຮັດໃຫ້ບັນດາໂຄງການຮ່ວມມືສອງຝ່າຍລະຫວ່າງສອງລັດໃຫ້ເລິກເຊິ່ງກວ່າ, ພິເສດ ແມ່ນການສົມທົບກັນເພື່ອປະຕິບັດວິວັດການເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມ ປາຊີຟີກ (TPP). ເຫັນດີເປັນເອກະພາບກັບຄຳສະເຫນີຂອງຍີ່ປຸ່ນ ກ່ຽວກັບການສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ, ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກວ່າ: ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ ແລະ ເຊື່ອໝັ້ນວ່າ ຜ່ານບັນດາການເຄື່ອນໄຫວສົ່ງເສີມການລົງທຶນດ້ວຍຫລາຍນະໂຍບາຍໃຫມ່ຂອງຫວຽດນາມ ຈະນັບມື້ນັບມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເຂົ້າມາລົງທຶນຢູ່ຫວຽດນາມ.
TAG
vovworld/ຮ່ວມມື
Related






