VOV WorldVOV World
ຫວຽດນາມແລະຍີ່ປຸ່ນຮ່ວມມືຄົ້ນຄ້ວາມັນຕົ້ນໃຫ້ສະມັດຕະພາບສູງ
23/05/2013 08:24
ຫວຽດ​ນາມແລະ​ຍີ່​ປຸ່ນ​ຮ່ວມ​ມື​ຄົ້ນ​ຄ້​ວາ​ມັນ​ຕົ້ນໃຫ້​ສະ​ມັດ​ຕະ​ພາບ​ສູງ
ຫວຽດນາມແລະຍີ່ປຸ່ນຮ່ວມມືຄົ້ນຄ້ວາມັນຕົ້ນໃຫ້ສະມັດຕະພາບສູງ
ມັນ​ຕົ້ນ​ກາຍ​ເປັນ​ຫ​ນຶ່ງ​ໃນ 10 ປະ​ເພດ​ສິນ​ຄ້າສົ່ງ​ອອກ​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ ພາບ​ປະ​ກອບ:internet vovworld)- ວັນ​ທີ 22/5 ຢູ່​ນະ​ຄອນ Yokohama, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຟິ​ຊີກ ແລະ ​ເຄ​ມີຂອງ​ຍີ່​ປຸ່ນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຄົ້ນ​ຄ້​ວາ​ມັນ​ຕົ້ນ ກັບ​ສະ​ຖາ​ບັນ​ກະ​ສິ​ກຳ​ຫວຽດ​ນາມ ເພື່ອ​ສ້າງ​​ແນວ​ມັນ​ຕົ້ນທີ່​ໃຫ້​ມີ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສູງ. ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ປາດ​ຖະ​ຫ​ນາ​ວ່າ ໂຄງ​ການ​ດັ່ງ​ກ່າວ​ຈະ​ປະ​ສົບ​ຜົນ​ສຳ​ເລັດ, ສ້າງ​ປະ​ຖົມ​ປັດ​ໃຈ​ສຳ​ຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ຄົ້ນ​ຄ​ວ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ ເລ​ຮູຍ​ຮ່າມ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ສືບ​ພັນກະ​ສິ​ກຳ​ຫວຽດ​ນາມ​ໃຫ້​ຮູ້​ວ່າ: ມັນ​ຕົ້ນ​ກາຍ​ເປັນ​ຫ​ນຶ່ງ​ໃນ 10 ປະ​ເພດ​ສິນ​ຄ້າສົ່ງ​ອອກ​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ໃນ​ປີ 2012 ບັນ​ລຸ 1 ຕື້ 200 ລ້ານ USD.          
TAG
ມັນ​ຕົ້ນ