ຫວຽດນາມເຂົ້າຮ່ວມ COP-17
10/12/2011 09:32
ຫວຽດນາມມີຄວາມຮັຍບຜິດຊອບປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມມີຄວາມຮັບຜິດຊອບປ້ອງກັບປະຊາຄົມໂລກ ປະຕິບັດບັນດາຄຳໝັ້ນສັນຍາ ທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງກ່ອນໆຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ນັ້ນແມ່ນຄຳຢືນຢັນຂອງທ່ານເຈີ່ນຮົ່ງຮ່າ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລອ້ມຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມ ກອງປະຊຸມຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 17 ຫລື COP-17 ພວມດຳເນີນໄປຢູ່ນະຄອນ Durban ປະເທດອາຟຼິກກາໃຕ້. ທ່ານຮອງລັດຖະມົນຕີເຈີ່ນຮົ່ງຮ່າໃຫ້ຮູ້ວ່າ: ຫວຽດນາມສະໜັບສະໜູນທັດສະນະຂອງບັນດາປະເທດພວມພັດທະນາ ແລະຂອງສະຫະພາບເອີລົບ ໃນການຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາ ແລະຂໍ້ລິເລີ່ມຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ
Related






