ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດການຄ້າ ສາກົນອິນເດຍຄັ້ງທີ 34
15/11/2014 09:41
(vovworld)- ວັນທີ 14/11, ງານຕະຫຼາດນັດການຄ້າສາກົນອິນເດຍ (IITF) ຄັ້ງທີ 34 ດ້ວຍຫົວເລື່ອງ: “ບັນດານັກທຸລະກິດຍິງ“ ໄດ້ໄຂຂຶ້ນຢູ່ນະຄອນຫຼວງນິວເດລີ ປະເທດອິນເດຍ.

(ພາບ: Đăng Chính/Vietnam+)
(vovworld)- ວັນທີ 14/11, ງານຕະຫຼາດນັດການຄ້າສາກົນອິນເດຍ (IITF) ຄັ້ງທີ 34 ດ້ວຍຫົວເລື່ອງ: “ບັນດານັກທຸລະກິດຍິງ“ ໄດ້ໄຂຂຶ້ນຢູ່ນະຄອນຫຼວງນິວເດລີ ປະເທດອິນເດຍ. ນີ້ແມ່ນເຫດການໂດຍອົງການສົ່ງເສີມການຄ້າອິນເດຍ ຈັດຂຶ້ນເປັນປະຈຳປີ. ງານຕະຫຼາດນັດປີນີ້ແນ່ໃສ່ຈຸດປະສົງສະແດງມໃຫ້ເຫັນທີ່ຕັ້ງສຳຄັນຂອງແມ່ຍິງໃນທຸກສັງຄົມສີວິໄລ. ນອກຈາກບັນດາບໍລິສັດ, ວິສາຫະກິດອິນເດຍນັບພັນແຫ່ງ, ຍັງມີ 25 ປະເທດເຂົ້າຮ່ວມ IITF ປີນີ້, ໃນນັ້ນມີຫວຽດນາມ, ຈີນ, ເຢຍລະມັນ, ກູບາ, ອີຢີບ, ໄທ, ມາເລເຊຍ…
ຮ້ານວາງສະແດງເຄື່ອງຫັດຖະກຳສີລະປະຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຮ່ວມງານຕະຫຼາດນັດເປັນຈຳນວນຫຼວງຫຼາຍ./.
TAG
Vovworld/vov/ງານຕະຫຼາດນັດການຄ້າສາກົນອິນເດຍຄັ້ງທີ 34
Related






