ຫວຽດນາມເພີ່ມທະວີການຄວບຄຸມເຊື້ອພະຍາດMERSຢູ່ດ່ານຊາຍແດນ,ທ່າອາກາດສະຍານ
16/06/2015 09:18
(vovworld)- ຕໍ່ຫນ້າສະພາບເຊື້ອພະຍາດ MERS ເກີດຂຶ້ນຢູ່ສອງປະເທດ ອາຊີ ນັ້ນແມ່ນ: ສເກົາຫລີ ແລະ ຈີນ

ປ້ອງກັນ, ຄວບຄຸມເຊື້ອພະຍາດ MERS ພາບ: (vovworld)- ຕໍ່ຫນ້າສະພາບເຊື້ອພະຍາດ MERS ເກີດຂຶ້ນຢູ່ສອງປະເທດ ອາຊີ ນັ້ນແມ່ນ: ສເກົາຫລີ ແລະ ຈີນ, ນະຄອນໂຮ່ຈິມີນ ກຽມພ້ອມເພື່ອກວດກາຜູ້ໂດຍສານໃນບັນດາຖ້ຽວບິນມາຈາກ 2 ປະເທດດັ່ງກ່າວ. ສູນກວດກາໂລກລະບາດການແພດສາກົນ ນະຄອນໂຮ່ຈິມີນ ໄດ້ພິມໃບແຈ້ງອາການສຸຂະພາບ 50.000 ໃບເພື່ອນຳໃຊ້ສຳລັບບັນດາຜູ້ໂດຍສານມາຈາກ ສເກົາຫລີ. ສູນດັ່ງກ່າວກໍກະກຽມບຸກຄະລາກອນ, ເພີ່ມທະວີເຄື່ອງວັດອຸນຫະພູມຮ່າງກາຍ ແລະ ມີເຄມີທຳລາຍເຊື້ອໂລກຢູ່ເທິງເຮືອບິນຕາມມາດຕະຖານສາກົນ. ຢູ່ແຂວງ ກວ໋າງຫງາຍ, ພະແນກສາທາລະນະສຸກ ແຂວງ ໄດ້ຊີ້ນຳສູນການແພດປ້ອງກັນ ແຂວງ ກຽມພ້ອມຕ້ານ ເຊື້ອພະຍາດ MERS ຊື່ງຄາດວ່າມີໄພແຊກຊືມຜ່ານທ່າກຳປັ່ນທະເລ ຢູງກວດ ແລະ ຊາກີ. ທ່ານ ຫງວຽນວັນຮ່ວາງ, ພະແນກກວດກາໂລກລະບາດການແພດຊາຍແດນ, ສູນການແພດປ້ອງກັນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:
TAG
vovworld/ເຊື້ອພະຍາດ
Related






