ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນຊາດກັບອາເມລິກາແລະອິນເດຍ
30/04/2014 08:45
(vovworld)- ຕອນບ່າຍວັນທີ 29/ ຢູ່ນອກກອງປະຊຸມບັນດາເຈົ້າຫນ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ເປີດກວ້າງ ຢູ່ ມຽນມາ (ADSOM+)

ພົນໂທ ຫງວຽນຈີຫວີ້ງ ພາບ:internet (vovworld)- ຕອນບ່າຍວັນທີ 29/ ຢູ່ນອກກອງປະຊຸມບັນດາເຈົ້າຫນ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ເປີດກວ້າງ ຢູ່ ມຽນມາ (ADSOM+), ພົນໂທ ຫງວຽນຈີຫວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຄະນະຜູ້ແທນປ້ອງກັນປະເທດ ອາເມລິກາ ແລະ ອິນເດຍ. ທີ່ການພົບປະກັບຄະນະຜູ້ແທນປ້ອງກັນປະເທດ ອິນເດຍ, ພົນໂທຫງວຽນຈີຫວິ້ງ ຢືນຢັນ: ພັກ ແລະ ລັດຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ. ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນປ້ອງກັນປະເທດ ຫວຽດນາມ, ທ່ານ Robert Neberry, ຮອງຜູ້ຊ່ວຍວຽກລັດຖະມົນຕີປ້ອງກັນປະເທດ ອາເມລິກາ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນຂອບເຂດ ADMM+ ແລະ ຖືວ່າ: ຂອບເຂດການຮ່ວມມືນີ້ແມ່ນມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຝ່າຍ.
TAG
vovworld/vov/ຍຸດທະສາດຮອບດ້ານ
Related






