ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ132
28/03/2013 09:47
ດ້ວຍຄຳເຫັນດີຢ່າງສູງສຸດ, ສະພາບໍລິຫານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ (IPU)ໄດ້ຮັບຮອງເອົາເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ໃນຕົ້ນປີ 2015

ກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 128 ພາບ: internet (vovworld)- ດ້ວຍຄຳເຫັນດີຢ່າງສູງສຸດ, ສະພາບໍລິຫານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ(IPU)ໄດ້ຮັບຮອງເອົາເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ໃນຕົ້ນປີ 2015. ເດືອນ 8/2012, ສະພາແຫ່ງຊາດ ຫວຽດນາມໄດ້ສະເຫນີຢ່າງເປັນທາງການ ຢາກເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132. ແລະທີ່ກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 128 ພວມດຳເນີນໄປຢູ່ນະຄອນຫລວງ Quito ປະເທດ Ecuado ໃນວັນທີ 27/3 ໄດ້ດຳເນີນວາລະປະຊຸມເພື່ອຕັດສິນບັນຫາສຳຄັນຕ່າງໆຂອງອົງການ, ໃນນັ້ນພິຈາລະນາຂໍ້ສະເຫນີເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງຕໍ່ໆໄປຂອງ IPU. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳຫນ້າໄດ້ເຂົ້າຮ່ວມການເຄື່ອນໄຫວທັງໝົດຂອງ IPU 128. ທ່ານນາງຮອງປະທານສະພາແຫ່ງຊາດ ໄດ້ເຈລະຈາກັບປະທານນາທິບໍດີ, ແລະ ຮອງປະທານສະພາແຫ່ງຊາດ Ecuado ເພື່ອເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ Ecuado ກໍຄືປັບປຸງສາຍພົວພັນລະຫວ່າງອົງການນິຕິບັດຍັດຂອງສອງປະເທດ.
TAG
ລັດຖະສະພາ
Related






