ຫວຽດນາມໝັ້ນໝາຍພ້ອມກັບ ປະຊາຄົມຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ
03/01/2015 10:33
(vovworld)-ຫວຽດນາມແມ່ນໜຶ່ງໃນບັນດາປະເທດພວມພັນທະນາທຳອິດໃນໂລກໄດ້ສຳເລັດບົດລາຍງານ 2 ປີເທື່ອໜຶ່ງ

ຂະແໜງຕຳແຜ່ນຕັດຫຍີບຫວຽດນາມ (vovworld)-ປີ 2015, ປະຊາຄົມເສດຖະກິດອາຊຽນ AEC ຈະໄດ້ຮັບການສ້າງຕັ້ງຂຶ້ນ, ອັນໄດ້ເປີດກາລະໂອກາດໃຫຍ່ໃຫ້ແກ່ເສດຖະກິດຫວຽດນາມເວົ້າລວມ ແລະ ປະຊາຄົມວີສາຫະກິດເວົ້າສະເພາະ. ເພື່ອຍາດແຍ່ງກາລະໂອກາດເຕີບໂຕການສົ່ງອອກໄປຍັງຕະຫຼາດນີ້, ບັນດາວິສາຫະກິດ, ເປັນຕົ້ນແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍຄວນໄດ້ຮັບການໜູນຊ່ວຍທາງດ້ານເງິນລົງທຶນເພື່ອທຳການຜະລິດ ແລະ ຍົກສູງຄວາມສາມາດແກ່ງແຍ້ງ. ນັກທະນາຍຄວາມ ເຈືອງແທງດຶກ, ຫົວໜ້າສະໂມສອນລະບອບກົດໝາຍທະນາຄານ ຖືວ່າ : “ ວິສາຫະກິດຂະໜາດກາງ ແລະ ນ້ອຍເມືອ່ແກ່ງແຍ້ງກັບວິສາຫະກິດໃຫຍ່ຢູ່ພາຍໃຍປະເທດ ແມ່ນຍາກຢູ່ແລ້ວ, ແຕ່ເມືອ່ເຂົ້າຮ່ວມພາກພື້ນຄືໃນປະຊາຄົມອາຊຽນນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ການແກ່ງແຍ້ງຍິ່ງຫຍຸ້ງຍາກກວ່າ. ປະຈຸບັນ, ລັດຖະບານໄດ້ມີນະໂຍບາຍສົ່ງເສີມບັນດາຂະແໜງການ, ຂົງເຂດເຂດຕ່າງທີ່ເຄື່ອນໄຫວຢ່າງມີປະສິດທິຜົນ ແມ່ນໄດ້ຮັບການກູ້ຢືມທຶນດ້ວຍຄ່າດອກເບ້ຍຕ່ຳ. ຫວັງວ່າ ໃນໄລຍະທີ່ຈະມາເຖິງ, ບັນດາທະນາຄານຈະສຸມໃສ່ກັບຄືນສູ່ໜູນຊ່ວຍປະຊາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ”
Related






