VOV WorldVOV World
ຫວຽດນາມຕັ້ງຫນ້າຊຸກຍູ້ຂົງເຂດບຸລິມະສິດຂອງອາຊຽນກ່ຽວກັບການຮ່ວມມືທະເລ
21/08/2014 11:26
(vovworld)- ວັນ​ທີ 21/8, ທີ່​ກອງ​ປະຊຸມ​ຂ່າວ​ປະ​ຈຳ​ເດືອນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແຈ້ງ​
ຫວຽດນາມຕັ້ງຫນ້າຊຸກຍູ້ຂົງເຂດບຸລິມະສິດຂອງອາຊຽນກ່ຽວກັບການຮ່ວມມືທະເລ
ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ photo:internet (vovworld)- ວັນ​ທີ 21/8, ທີ່​ກອງ​ປະຊຸມ​ຂ່າວ​ປະ​ຈຳ​ເດືອນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ປະກາດການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສຳຄັນ​ຈຳນວນ​ຫນຶ່ງ​ຂອງ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ເວທີ​ປາ​ໄສ​ທະ​ເລ ອາ​ຊຽນ ຄັ້ງ​ທີ 5 ​ແລະ ​ເວທີ​ປາ​ໄສ​ທະ​ເລ ອາ​ຊຽນ ​ເປີດ​ກວ້າງ ຄັ້ງ​ທີ 3, ຊື່​ງຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 26 -28/8 ຢູ່ ນະ​ຄອນ ດາ​ຫນັງ. ທ່ານ ຟ້າ​ມກວາງ​ວີ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈະ​ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ນີ້.        
TAG
vovworld/ໂຄສົກກະຊວງການຕ່າງປະເທດ