ຫວຽດນາມສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຕ່າງປະເທດລົງທຶນສຳເລັດຜົນ
23/07/2015 11:25
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຕ່າງປະເທດລົງທຶນສຳເລັດຜົນ,ໝັ້ນຄົງ ແລະ ຍວນານຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຕ້ອນຮັບ ປະທານກຸ່ມບໍລິສັດໄທ Choen (ພາບ: VGP/Nhật Bắc) (vovworld) - ເມື່ອເຂົ້າຮ່ວມການເຈລະຈາວິສາຫະກິດຫວຽດນາມ - ໄທ, ທີ່ດຳເນີນໃນຕອນບ່າຍວັນທີ 23/7, ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຕ່າງປະເທດລົງທຶນສຳເລັດຜົນ,ໝັ້ນຄົງ ແລະ ຍວນານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ ຫວຽດນາມພວມຕັ້ງໜ້າເຂົ້າຮ່ວມການກໍ່ສ້າງປະຊາຄົມເສດຖະກິດອາຊຽນ. ທ່ານເນັ້ນໜັກວ່າ: “ຫວຽດນາມພວມຕັດສິນໃຈປະຕິບັດຫຼາຍມາດຕະການຢ່າງຄົບຊຸດ. ຫວຽດນາມສູ້ຊົນບັນລຸບັນດາຄາດໝາຍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ເທົ່າກັບລະດັບສະເລ່ຍຂອງບັນດາປະເທດອາຊຽນ - 6 ໃນປີ 2015 ແລະບັນດາປະເທດອາຊຽນ - 4 ໃນປີ 2016. ມີກົດໝາຍສຳຄັນຫຼາຍສະບັບໄດ້ຮັບການປັບປຸງ ແລະ ປະກາດໃຊ້ໃນປີ 2015ເຊັ່ນ: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ… ນັ້ນແມ່ນບັນດາຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ນັບມື້ນັບເໝາະສົມກັບມາດຕະຖານສາກົນ ແລະ ບັນດາຄຳໝັ້ນສັນຍາດ້ານການຄ້າເສລີ…“ ແລະ ກໍ່ຢູ່ທີ່ການເຈລະຈາ, ການນຳບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ໄດ້ຕອບບັນດາຄຳຖາມທີ່ກ່ຽວຂ້ອງເຖິງນະໂຍບາຍລົງທຶນ, ການຄ້າ ກໍ່ຄືການແບ່ງປັນບົດຮຽນລົງທຶນຢູ່ຫວຽດນາມ.
TAG
vovworld
ການເຈລະຈາວິສາຫະກິດ
Related






