ຫວຽດນາມຊົມເຊີຍຂໍ້ຕົກລົງຂອງອີຣານ
16/07/2015 11:31
(vovworld)- ວັນທີ 16/7, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ...

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ (vovworld)- ວັນທີ 16/7, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມຕໍ່ໜ້າຂໍ້ຕົກລົງນິວເຄຼຍປະຫວັດສາດລະຫວ່າງອີຣານກັບບັນດາປະເທດມະຫາອຳນາດພາຍຫຼັງດຳເນີນການເຈລະຈາເປັນເວລາ 12 ປີ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ຢືນຢັນວ່າ : “ຫວຽດນາມຊົມເຊີຍຄວາມມານະພະຍາຍາມຂອງບັນດາຝ່າຍທີ່ກ່ຽວຂ້ອງເພື່ອບັນລຸຂໍ້ຕົກລົງຮອບດ້ານລະຫວ່າງອີຣານ ແລະ ກຸ່ມ P5+1 ກ່ຽວກັບບັນຫານິວເຄຼຍຂອງອີຣານໃນວັນທີ 14/7. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນການປະກອບສ່ວນສຳຄັນ ແລະ ຕັ້ງໜ້າເຂົ້າໃນສະຖຽນລະພາບ, ຄວາມສະຫງົບຢູ່ພາກພື້ນ ແລະ ໃນໂລກ”. ເມື່ອຕອບຄຳຖາມກ່ຽວກັບກໍລະນີສື່ມວນຊົນອາເມລິກາໄດ້ໃຫ້ຂ່າວເມື່ອວັນທີ 14/7 ວ່າ ມີຊາວຫວຽດນາມຄົນໜຶ່ງຖືກສານອາເມລິກາຕັດສິນໂທດຈຳຄຸກ 13 ປີກ່ຽວກັບການກະທຳຮັກເກີ ແລະ ບັນດາມາດຕະການປົກປ້ອງພົນລະເມືອງຂອງຫວຽດນາມໃນກໍລະນີນີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ຢືນຢັນວ່າ : “ ບັນດາສຳນັກງານຕາງໜ້າຫວຽດນາມປະຈຳອາເມລິກາ ພວມສົມທົບກັບບັນດາອົງການສຳນັກງານທີ່ມີໜ້າທີ່ຮັບຜິດຊອບຢູ່ພາຍໃນປະເທດກໍຄືຢູ່ປະເທດປະຈຳຖິ່ນ ເພື່ອເຮັດແຈ້ງຂໍ້ມຸນຂ່າວສານທີ່ກ່ຽວຂ້ອງເຖິງກໍລະນີນີ້ຕື່ມອີກ. ກະຊວງການຕ່າງປະເທດຍັງຊີ້ນຳບັນດາສຳນັກງານຜູ້ຕາງໜ້າຫວຽດນາມປະຈຳອາເມລິກາ ດຳເນີນບັນດາມາດຕະການເພື່ອຮັບປະກັນສິດພົນລະເມືອງສຳລັບບຸກຄົນນີ້ ”.
TAG
vovworld/ການຕ່າງປະເທດ
Related






