ຫວຽດນາມສືບຕໍ່ບັນດາມາດຕະການເຈລະຈາໂດຍສັນຕິເພື່ອຮຽກຮ້ອງຈີນຖອນຮ້ານເຈາະນ້ຳມັນອອກຈາກເຂດເສດຖະກິດຈຳເພາະ
15/05/2014 11:29
(vovworld)-ວັນທີ 15/5, ທີ່ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ເລຫາຍບີງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມມື້ຜ່ານມາ,

ທ່ານ ເລຫາຍບີງ ໂຄສົກກະຊວງການຕ່າງປະເທດຫວຽດນາມ photo:nld.com.vn (vovworld)-ວັນທີ 15/5, ທີ່ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ເລຫາຍບີງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມມື້ຜ່ານມາ, ຫວຽດນາມ ສືບຕໍ່ເຈລະຈາກັບຈີນຢ່າງເຂັ້ມງວດຢູ່ທຸກຂັ້ນ, ດ້ວຍຫລາຍຮູບການເພື່ອຄັດຄ້ານການກະທຳຂອງຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮ່ຢາງ 981 ຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ. ແຕ່ວ່າ ມາຮອດປະຈຸບັນ, ຈີນ ຍັງຄົງສືບຕໍ່ຮັກສາ ແລະ ເປີດກວ້າງການກະທຳທີ່ຜິດພາດຂອງຕົນ. ບໍ່ພຽງແຕ່ສືບຕໍ່ລະດົມບັນດາກຳປັ່ນ, ໃນນັ້ນ ມີກຳປັ່ນທະຫານຫລາຍລຳເທ່ົານັ້ນ ຫາກຈີນ ຍັງມີການກະທຳກະມຶງກະມັງນາບຂູ່, ສະກັດກັ້ນບັນດາກຳລັງປະຕິບັດຫນ້າທີ່ປົກປັກຮັກສາອະທິປະໄຕຂອງຫວຽດນາມ. ຫວຽດນາມ ຄັດຄ້ານຢ່າງແຮງການກະທຳດັ່ງກ່າວຂອງຈີນ, ເດັດດ່ຽວຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນ, ເຮືອບິນທັງໝົດອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ, ບໍ່ໃຫ້ເກີດການກະທຳຄ້າຍຄືກັນໃນອະນາຄົດ. ຫວຽດນາມ ສືບຕໍ່ນຳໃຊ້ທຸກມາດຕະການທີ່ຈຳເປັນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ບຸລິມະສິດບັນດາມາດຕະການສັນຕິພາບ, ເພື່ອປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ. ເມື່ອຕອບຄຳຖາມທີ່ວ່າ: ມີເລື່ອງ ຫວຽດນາມ ພ້ອມກັບ ຟິລີບປີນ ເຕົ້າໂຮມກຳລັງໃນອາຊຽນ ເພື່ອກໍ່ກຳລັງດັນຕໍ່ຈີນ ຫລືບໍ່, ທ່ານເລຫາຍບີ່ງ ໄດ້ປະຕິເສດຂ່າວຄາວດັ່ງກ່າວ ແລະ ຢືນຢັນວ່າ:
TAG
vovworld/vov/ການກະທຳ/ກຳລັງປະຕິບັດ
Related
More




