ຫວຽດນາມສືບຕໍ່ພ້ອມກັບປະຊາຄົມສາກົນຮ່ວມແຮງຮ່ວມໃຈມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
01/12/2015 10:56
(vovworld)- ຕອນເຊົ້າວັນທີ 1/12, ຕາມເວລາ ຫວຽດນາມ ຢູ່ ສູນກອງປະຊຸມ Bourget ນະຄອນຫລວງ ປາຣີ ປະເທດ ຝລັ່ງ,

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີບົດກ່າວປາໄສທີ່ກອງປະຊຸມ COP 21 (vovworld)- ຕອນເຊົ້າວັນທີ 1/12, ຕາມເວລາ ຫວຽດນາມ ຢູ່ ສູນກອງປະຊຸມ Bourget ນະຄອນຫລວງ ປາຣີ ປະເທດ ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີບົດກ່າວປາໄສທີ່ກອງປະຊຸມ COP 21 ໂດຍຢືນຢັນວ່າ: ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງ ລັດຖະບານ ຫວຽດນາມ ແມ່ນສືບຕໍ່ພ້ອມກັບປະຊາຄົມໂລກ ຮ່ວມແຮງຮ່ວມໃຈມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ສືບຕໍ່ ຕັ້ງຫນ້າຜັນຂະຫຍາຍຍຸດທະສາດ, ໂຄງການ, ແຜນການ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນຫລາຍຂົງເຂດ ດ້ວຍບັນດາມາດຕະການແທດຈິງ. ຫວຽດນາມ ຈະປະກອບ 1 ລ້ານ USD ເຂົ້າກອງທຶນອາກາດ ໄລຍະ 2016-2010. ສຳລັບໄລຍະຫລັງປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ: ເຖິງວ່າແມ່ນປະເທດພວມພັດທະນາ ແລະ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຖືກຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ມີຄຳໝັ້ນສັນຍາຫລຸດຜ່ອນ 8% ປະລິມານການປ່ອຍອາຍພິດເຮືອນແກ້ວໃນປີ 2030 ແລະ 25% ຖ້າໄດ້ຮັບການຫນູນຊ່ວຍຢ່າງມີປະສິດທິຜົນຈາກປະຊາຄົມສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
TAG
vovworld/ຄຳໝັ້ນສັນຍາ
Related






