ຫວຽດນາມຖືການພົວພັນມິດຕະພາບ, ການຮ່ວມມືຍຸດທະ ສາດກັບລາຊະອານາຈັກອັງກິດເປັນສຳຄັນ
09/12/2011 12:12
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ຢ້ຽມຢາມລາຊະອານາຈັກອັງກິດຢ່າງເປັນທາງການ

ຕອນຄ່ຳວັນທີ 8/12 ຕາມເວລາຫວຽດນາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ແລະບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ທີ່ພວມຢູ່ຢ້ຽມຢາມລາຊະອານາຈັກອັງກິດຢ່າງເປັນທາງການ ໄດ້ພົບປະກັບທ່ານ Lindsay Hoyle ຮອງປະທານຜູ້ທີໜື່ງສະພາຕ່ຳອັງກິດ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງ ຊີ້ແຈ້ງວ່າ: ຫວຽດນາມຖືການພົວພັນມິດຕະພາບ ແລະຮ່ວມມືຍຸດທະສາດກັບລາຊະອານາຈັກອັງກິດເປັນສຳຄັນທີ່ສຸດ, ພິເສດ ໃນສະພາບການທີ່ສອງປະເທດ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຍຸດທະສາດປີ 2010, ດຳເນີນຮອບເຈລະຈາຍຸດທະສາດຄັ້ງທີ 1 ແລະລົງນາມໃນແຜນການດຳເນີນງານຫວຽດນາມ-ອັງກິດ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນ່ໃສ່ສືບຕໍ່ປັບປຸງ ແລະຫັນການພົວພັນຄູ່ຮ່ວມມືຍຸດທະສາດທີ່ສອງປະເທດໄດ້ລົງນາມໃຫ້ປະກົດຜົນເປັນຈິງ. ກ່າວຄຳເຫັນກັບວົງການນັກຂ່າວອັງກິດ ແລະຫວຽດນາມພາຍຫລັງການພົບປະ, ທ່ານຮອງປະທານຜູ້ທີໜື່ງສະພາຕ່ຳອັງກິດສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ ການຮ່ວມມືຂອງສອງປະເທດຈະສືບຕໍ່ພັດທະນາຢ່າງຈົບງາມໃນອະນາຄົດ. ຕອບຄຳຖາມຂອງນັກຂ່າວສອງປະເທດ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງເນັ້ນໜັກວ່າ: “
Related






