VOV WorldVOV World
ຫວຽດນາມຖືມະນຸດແມ່ນໃຈກາງໃນນະໂຍບາຍທີ່ກ່ຽວຂ້ອງເຖິງປ່ຽນແປງຂອງດິນຟ້າອາກາດ
07/03/2015 10:11
(vovworld)- ຫວຽດ​ນາມ​ຍາມ​ໃດ​ກໍ​ຖ​ືມະ​ນຸດແມ່ນ​ໃຈ​ກາງ​ໃຮ​ທຸກ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ....
ຫວຽດນາມຖືມະນຸດແມ່ນໃຈກາງໃນນະໂຍບາຍທີ່ກ່ຽວຂ້ອງເຖິງປ່ຽນແປງຂອງດິນຟ້າອາກາດ
ຫວຽດ​ນາມ​ເອົາ​ໃຈ​ໃສ່​ເຖິງ​ການ​ປູກ​ຕົ້ນ​ໄມ້​ເປັນ​ປ່າເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (vovworld)- ຫວຽດ​ນາມ​ຍາມ​ໃດ​ກໍ​ຖ​ືມະ​ນຸດແມ່ນ​ໃຈ​ກາງ​ໃຮ​ທຸກ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ຜູ້​ຕາງ​ໜ້າ​ຫວຽດ​ນາມ​ຢູ່​ທີ່ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ ສ.ປ.ຊ​ ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ​ສິດ​ທິ​ມະ​ນຸດ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ​ເມື່ອ​ວັນ​ທີ 6/3. ຕາມ​ຜູ້​ຕາງ​ໜ້າ​ຫວຽດ​ນາມ​ແລ້ວ, ຫວຽດ​ນາມ​ແມ່ນ​ໜຶ່ງໃນ​ບັນ​ດາ​ປະ​ເທດ​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍນີ້ບໍ່​ໜ້ອຍ. ຫວຽດ​ນາມ​ຫວັງ​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ​ຄືຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ດ້ວຍ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ. ບັນ​ດາ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການປະ​ສານ​ສົມ​ທົບການ​ປົກ​ປ້ອງ ສິດ​ພັດ​ທະ​ນາ, ສິດ​ທິ​ດ້ານ​ສະ​ບຽງ​ອາ​ຫານ, ເຄ​ຫະ​ສະ​ຖານ, ການ​ສຶກ​ສາ ເຂົ້​າກັບບັນ​ດາ​ນະ​ໂຍ​ບາຍ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພ້ອມ​ທັງ​ເອົາ​ໃຈ​ໃສ່ຫຼາບ​ກ່​ວາ​ອີກ​ເຖິງ​ເປົ້າ​ໝາຍ​ມີ​ຄວ​າມ​ສ່ຽງ​ໄພ​ສູງກວ່າ​ໝູ່.
TAG
​ປ່ຽນ​ແປງ/ດິນ​ຟ້າ​ອາ​ກາດ