VOV WorldVOV World
ຫວຽດນາມຢືນຢັນຄຳໝັ້ນສັນຍາເຄົາລົບສິດທິມະນຸດ
19/02/2014 06:20
(vovworld) - ຕົ້ນ​ເດືອນ 2/2014 ຜ່ານ​ມາ, ທີ່​ກອງ​ປະຊຸມ ສະພາ​ສິດທິ​ມະນຸດ ຊື່​ງຈັດ​ຂຶ້ນ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຮ່າ​ກີ​ມງອກ
ຫວຽດນາມຢືນຢັນຄຳໝັ້ນສັນຍາເຄົາລົບສິດທິມະນຸດ
ຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ ພາບ:TTXVN (vovworld) - ຕົ້ນ​ເດືອນ 2/2014 ຜ່ານ​ມາ, ທີ່​ກອງ​ປະຊຸມ ສະພາ​ສິດທິ​ມະນຸດ ຊື່​ງຈັດ​ຂຶ້ນ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຮ່າ​ກີ​ມງອກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ນຳ​ຫນ້າ ​ໄດ້​ສະ​ເຫ​ນີບົດ​ລາຍ​ງານ​ແຫ່ງ​ຊາດ​ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ(UPR) ​ໄລຍະ 2 ຂອງ​ສະພາ​ສິດ​ທິມະນຸດ ສປຊ. ບົດ​ລາຍ​ງານ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ປະຊາ​ຄົມ​ສາກົນ​ວ່າ​ແມ່ນ ຖະ​ແຫລ​ງການ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ສິດທິ​ມະນຸດ”. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກີ​ມງອກ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ປະຕິບັດ​ການ​ຮັບປະກັນ​ສິດທິ​ມະນຸດ​ຢູ່​ຫວຽດນາມ​ ​ໃຫ້​ດີກ​ວ່າ​ອີກ ກໍ​ຄື ສຳ​​ເລັດ​ບັນດາ​ຄວາມ​ຮັບຜິດຊອບ​ສາກົນ.        
TAG
vovworld/vov/ສິດທິມະນຸດ