VOV WorldVOV World
ອີຣານ ເດັດດຽວບໍ່ເປີດຊ່ອງແຄບ Hormuz ຄືນໃໝ່
06/04/2026 07:34
[VOVWORLD] - ໂດຍບໍ່ຫົວຊາຕໍ່ການນາບຂູ່ຂອງປະທານາທິບໍດີ ອາເມລິກາ ທີ່ຈະນຳ ອີຣານ ກັບຄືນສູ່ສະໄໝຍຸກຫີນ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ຖະແຫຼງວ່າ ຈະບໍ່ເປີດຊ່ອງແຄບທະເລ Hormuz ຄືນໃໝ່ ຕາມຄຳຮຽກຮ້ອງຂອງ ອາເມລິກາ, ພ້ອມທັງກະກຽມເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃໝ່ຢູ່ເຂດອ່າວ ເປີເຊຍ.
ອີຣານ ເດັດດຽວບໍ່ເປີດຊ່ອງແຄບ Hormuz ຄືນໃໝ່
        ຄຳ ​ ຖະ ​ ແຫຼງ ​ ດັ່ງ ​ ກ່າວ ​ ໂດຍ IRGC ປະ ​ ກາດ ​ ໃນ ​ ຕອນ ​ ຄ່ຳ ​ ວັນ ​ ທີ 05 ເມ ​ ສາ , ພາຍ ​ ຫຼັງ ​ ທີ່ ​​ ປະ ​ ທາ ​ ນາ ​ ທິ ​ ບໍ ​ ດີ ອາ ​ ເມ ​ ລິ ​ ກາ Donald Trump ແຈ້ງວ່າ ໄດ້ ​ ຕໍ່ ​ ກຳ ​ ນົດ ​ ເວ ​ ລາ ​ ຕື່ມ ​ ອີກ 24 ຊົ່ວ ​ ໂມງ ​ເພື່ອ ໃຫ້ ​ ອີ ​ ຣານ ​ ເປີດ ​ ຊ່ອງ ​ ແຄບ ​ ທະ ​ ເລ Hormuz ຄືນ ​ ໃໝ່ ພຽງ 2 – 3 ຊົ່ວ ​ ໂມງ . ໃນ ​ ສື່ ​ ສັງ ​ ຄົມ X, ກອ ​ ງ ​ ບັນ ​ ຊາ ​ ການ ​ ກອງ ​ ທັບ ​ ເຮືອ IRGC ຊີ້ ​ ແຈ້ງວ່າ ຊ່ອງ ​ ແຄບ ​ ທະ ​ ເລ Hormuz ​ ຈະບໍ່ ​ ສາ ​ມາ ດ ​ ກັບ ​ ຄືນ ​ ສູ່ ​​ ສະ ​ ພາບ ເດີມ​ຢ່າງ​ແນ່ນອນ, ພິ ​ ເສດ ​ ແມ່ນ ​ ສຳ ​ ລັບ ອາ ​ ເມ ​ ລິ ​ ກາ ແລະ ອິດ ​ ສະ ​ ຣາ ​ ແອັນ . ກອງ ​ ທັບ ​ ເຮືອ IRGC ພ ​ ວມກ ​ ະ ​ ກຽມ ​ ໃຫ້ ​ ແກ່ ​ການ​ປະ​ກາດ ແຜນ ​ ການ ​ ຂອງ ​ ອຳ ​ ນາດ ​ ການ ​ ປົກ ​ ຄອງ ອີ ​ ຣານ ກ່ຽວ ​ ກັບ ​ ຄວາມ ​ ເປັນ ​ ລະ ​ ບຽບ ​ ຮຽບ ​ ຮ້ອຍ ​ ໃໝ່ ​ ຢູ່ ​ ເຂດ ​ ອ່າວ ເປີ ​ ເຊ ​ ຍ .         ການ ​ ກະ ​ ທຳ ​ ດັ່ງ ​ ກ່າວ ​ ຂອງ ອີ ​ ຣານ ເຮັດ ​ ໃຫ້ ​ ແຫຼງ ​ ສະ ​ ໜອງ ​ ພະ ​ ລັງ ​ ງານ ​ ທົ່ວ ​ ໂລກ ​ ເຄັງ ​ ຕຶງ ​ ຂຶ້ ​ ນ , ເຮັດ ​ ໃຫ້ ​ ລາ ​ ຄາ ​ ເຊື້ອ ​ ເພີງ ​ ເພີ່ມ ​ ຂຶ້ ​ ນ ​ ສູງ , ກໍ່ ​ ຄວາມ ​ ກົດ ​ ດັນ ​ ຢ່າງ ​ ແຮງ ​ ຕໍ່​ບັນ​ດາ ​ ພື້ນ ​ ຖານ ​ ເສດ ​ ຖະ ​ ກິດ ​ ໃນ ​ ທົ່ວ ​ ໂລກ .
TAG
VOV/VOVWORLD ລະ​ບຽບ​/ຮຽບ​ຮ້ອຍ​/​ອ່າວ ເປີ​ເຊ​ຍ