ອີຣານ ພ້ອມແລ້ວໃຫ້ຄຳໝັ້ນສັນຍາ ບໍ່ຜະລິດອາວຸດນິວເຄຼຍ
05/07/2012 09:46
ວັນທີ 04/7, ທ່ານ Seyed Abbas Araghchi ຮອງລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຖະແຫລງວ່າ: ອີຣານ ພ້ອມແລ້ວທີ່ຈະຍົກອອກບັນດາຄຳໝັ້ນໝາຍດ້ວຍລາຍລັກອັກສອນກ່ຽວກັບການຈະບໍ່ຜະລິດອາວຸດນິວເຄຼຍ

ຮາກຖານນິວເຄຼຍ Natanz ຂອງອີຣານ ພາບປະກອບ: internet (vovword) - ວັນທີ 04/7, ທ່ານ Seyed Abbas Araghchi ຮອງລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຖະແຫລງວ່າ: ອີຣານ ພ້ອມແລ້ວທີ່ຈະຍົກອອກບັນດາຄຳໝັ້ນໝາຍດ້ວຍລາຍລັກອັກສອນກ່ຽວກັບການຈະບໍ່ຜະລິດອາວຸດນິວເຄຼຍ ຖ້າຫາກສິດເສີມທາດ urani ເພື່ອຈຸດປະສົງສັນຕິພາບຂອງ Teheran ໄດ້ຮັບການຮັບຮູ້. ທ່ານ Seyed Abbas Araghchi ກໍໃຫ້ຮູ້ວ່າ: Teheran ໄດ້ຍົກອອກຂໍ້ສະເຫນີຄຳໝັ້ນສັນຍາດ້ວຍລາຍລັກອັກສອນຢ່າງເປັນທາງການໃນການເຈລະຈາຄັ້ງຕ່າງໆກັບກຸ່ມ P5+1 ຊື່ງລວມມີ 5 ປະເທດຊຶ່ງແມ່ນກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ ແຕ່ປະຈິບັນຍັງບໍ່ທັນໄດ້ຮັບຄຳຕອບກ່ຽວກັບບັນຫານີ້ຢ່າງເປັນທາງການເທື່ອ.
TAG
ນິວເຄຼຍ
Related






