ອິນໂດເນເຊຍ ເພີ່ມງົບປະມານປ້ອງກັນຊາດ ແລະ ເຂົ້າຮ່ວມພາລະກຳສັນຕິພາບສາກົນ
10/08/2012 06:03
ວັນທີ 9/8 ປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ໃຫ້ຮູ້ວ່າ: ລັດຖະບານອິນໂດເນເຊຍ ມີແຜນການເພີ່ມງົບປະມານປ້ອງກັນຊາດປີ 2013 ຂຶ້ນເຖິງ 8,119 ຕື້ USD

ປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono (vovworld) - ວັນທີ 9/8 ປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ໃຫ້ຮູ້ວ່າ: ລັດຖະບານອິນໂດເນເຊຍ ມີແຜນການເພີ່ມງົບປະມານປ້ອງກັນຊາດປີ 2013 ຂຶ້ນເຖິງ 8,119 ຕື້ USD ໃນສະພາບການ ຢາກາກຕາ ພວມຊື້ອາວຸດຕື່ມອີກ ແລະ ເພີ່ມທະວີການເຂົ້າຮ່ວມພາລະກຳຮັກສາສັນຕິພາບຂອງສາກົນ. ເມື່ອຕອບສຳພາດຕໍ່ນັກຂ່າວພາຍຫລັງການປະຊຸມຄະນະລັດຖະບານຢູ່ ທິດຕາເວັນອອກຢາກາກຕາ, ທ່ານ Yudhoyono ເວົ້າວ່າ ໄລຍະຜ່ານມາ ການປະກອບອາວຸດຂອງກອງທັບ ອິນໂດເນເຊຍ ບໍ່ທັນສະໄຫມ ແລະ ຕຳ່ກວ່າລະດັບຄວາມຕ້ອງການ, ໃນຂະນະນັ້ນ ບັນດາກຳລັງປະກອບອາວຸດ ອິນໂດເນເຊຍ ພັດຕ້ອງປະຕິບັດຫລາຍຫນ້າທີ່ກວ່າ, ໃນນັ້ນ ມີການແກ້ໄຂໄພພິບັດໄພທຳມະຊາດ ແລະ ເຂົ້າຮ່ວມພາລະກຳສັນຕິພາບສາກົນ.
TAG
ອິນໂດເນເຊຍ
Related






