ການນຳພັກ, ລັດ, ລັດຖະບານຫວຽນາມ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ອູກະແຣນ
16/11/2012 12:40
ຕອນບ່າຍວັນທີ 16/11, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບ ທ່ານ Mykola Azarov ນາຍົກລັດຖະມົນຕີອູກະແຣນ, ປະທານພັກພາກພື້ນອູກະແຣນ ທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີຫວຽດນາມ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ແລະ ທ່ານນາຍົກລັດຖະມົນຕີອູກະແຣນ Mykola Azarov (ພາບ : nguyenphutrong.net) Vovworld- ຕອນບ່າຍວັນທີ 16/11, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບ ທ່ານ Mykola Azarov ນາຍົກລັດຖະມົນຕີອູກະແຣນ, ປະທານພັກພາກພື້ນອູກະແຣນ ທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບອູກະແຣນ, ພ້ອມທັງຮັບຮູ້ບັນດາບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າຂອງການພົວພັນ ລະຫວ່າງ 2 ປະເທດໃນໄລຍະທີ່ຜ່ານມາ, ກໍຄືຄວາມມານະພະຍາຍາມຂອງລັດຖະບານ 2 ປະເທດໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ສູ້ຊົນນຳການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ 2 ຝ່າຍຂຶ້ນເທົ່າທຽມກັບຄວາມຫວັງ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ຢືນຢັນວ່າ ພັກກອມມູນິດຫວຽດນາມຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນກັບບັນດາພັກການເມືອງຢູ່ ອູກະແຣນ, ໃນນັ້ນມີພັກພາກພື້ນ ອູກະແຣນ; ຕີລາຄາສູງການເຊັນສັນຍາຮ່ວມມື ລະຫວ່າງ 2 ພັກ. ສ່ວນ ທ່ານນາຍົກລັດຖະມົນຕີອູກະແຣນ Mykola Azarov ຢືນຢັນວ່າ ອູກະແຣນ ຖືຫວຽດນາມເປັນຄູ່ຮ່ວມມືທີ່ມີມາແຕ່ດົນນານ, ສຳຄັນຂອງ ອູກະແຣນໃນພາກພື້ໜອາຊີ-ອາຊີຟິກ. ທ່ານນາຍົກລັດຖະມົນຕີອູກະແຣນ Mykola Azarov ຢືນຢັນວ່າພັກພາກພື້ນ ອູກະແຣນ ຖືເປັນສຳຄັນການພົວພັນກັບພັກກອມມູນິດຫວຽກນາມ ແລະ ຈະມານະພະຍາຍາມຜັນຂະຫຍາຍສັນຍາຮ່ວມທີ່ໄດ້ຮັບການເຊັນກັນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ Truong Tan Sang ກໍໄດ້ໃຫ້ການຕ້ອນຮັບ ທ່ານ ນາຍົກລັດຖະມົນຕີອູກະແຣນ Mykola Azarov ຢ່າງສະໜິດສະໜົມ
TAG
Mykola Azarov
Related






