ການເຈລະຈາລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ບັນດາການນຳດຳເນີນທຸລະກິດໃນກຸ່ມອາຊຽນ
27/08/2012 08:40
ການເຈລະຈາຄັ້ງທີ 10 ລະຫວ່າງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາສະມາຊິກສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ (ABAC) ຖືກໄຂຂຶ້ນໃນຕອນບ່າຍວັນທີ 26/8 ຢູ່ ນະຄອນ ຊຽມຣຽບ ປະເທດ ກຳປູເຈຍ

ການເຈລະຈາຄັ້ງທີ 10 ລະຫວ່າງບັນດາລັດຖະມົນຕີເສດຖະກິດ ແລະ ບັນດາສະມາຊິກສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ ພາບ: internet (vovworld) - ການເຈລະຈາຄັ້ງທີ 10 ລະຫວ່າງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາສະມາຊິກສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ (ABAC) ຖືກໄຂຂຶ້ນໃນຕອນບ່າຍວັນທີ 26/8 ຢູ່ ນະຄອນ ຊຽມຣຽບ ປະເທດ ກຳປູເຈຍ ເພື່ອປຶກສາຫາລື ແລະ ຊອກທິດທາງຊຸກຍູ້ການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນວິວັດທະນາການສ້າງປະຊາຄົມເສດຖະກິດ ອາຊຽນ ໃນປີ 2015. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Cham Prasidh ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ໄດ້ຢືນຢັນວ່າ: ບັນດາວາລະທາບທາມຄຳເຫັນໃນຂອບເຂດການເຈລະຈາມີຄວາມໝາຍສຳຄັນໃນການຈັດຕັ້ງກອງປະຊຸມລົງທຶນ ແລະ ດຳເນີນທຸລະກິດ ອາຊຽນ 2012 ຊຶ່ງຈະຖືກຈັດຂຶ້ນຢູ່ ພະນົມເປັນແຕ່ວັນທີ 16 - 18/9 ຈະມາເຖິງ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫລັງກອງປະຊຸມ, ທ່ານ Nguon Meng Tech ປະທານຫ້ອງການການຄ້າ ກຳປູເຈຍ ໃຫ້ຮູ້ວ່າ: ບັນດາການນຳເສດຖະກິດ ອາຊຽນ ໄດ້ສະເຫນີບັນດາລັດຖະມົນຕີເສດຖະກິດຄິດໄລ່ຊັ່ງຊາການຈຳຫນ່າຍແບບຟອມບັດທຸລະກິດຮ່ວມໃນພາກພື້ນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກທຸລະກິດໃນການໄປມາລະຫວ່າງບັນດາປະເທດສະມາຊິກ. ກຳປູເຈຍ ຈະຍົກຂໍ້ສະເຫນີດັ່ງກ່າວຢູ່ກອງປະຊຸມລົງທຶນ ແລະ ດຳເນີນທຸລະກິດ ອາຊຽນ 2012.
TAG
ອາຊຽນ/ເຈລະຈາ
Related






