ການເຈລະຈາຍຸດທະສາດການທູດ,ການປ້ອງກັນຊາດປ້ອງກັນຄວາມສະຫງົບປະຈຳປີຫວຽດນາມ-ລັດເຊຍຄັ້ງທີ7
16/11/2014 09:22
vovworld)- ວັນທີ 15/11, ຢູ່ ນະຄອນ ໂຮ່ຈິມີນ ໄດ້ດຳເນີນການເຈລະຈາຍຸດທະສາດການທູດ,

ບັນດາຜູ້ແທນຫວຽດນາມແລະລັດເຊຍເຂົ້າຮ່ວມການເຈລະຈາ ຍຸດທະສາດ ພາບ:TTXVN (vovworld)- ວັນທີ 15/11, ຢູ່ ນະຄອນ ໂຮ່ຈິມີນ ໄດ້ດຳເນີນການເຈລະຈາຍຸດທະສາດການທູດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບປະຈຳປີລະຫວ່າງ ຫວຽດນາມ ແລະ ລັດເຊຍ ຄັ້ງທີ 7. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ໂຮ່ຊວນເຊີນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດເປັນຫົວຫນ້າຄະນະ. ຄະນະຜູ້ແທນລັດເຊຍ ໂດຍທ່ານ Igor Morgulov, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລັດເຊຍ ເປັນຫົວຫນ້າຄະນະ. ສອງຝ່າຍຕີລາຄາສູງການພົວພັນດ້ານການເມືອງອັນດີງາມໃນໄລຍະຜ່ານມາ ແລະ ເນັ້ນຫນັກວ່າ: ການພົບປະ ແລະ ເຈລະຈາປະຈຳປີລະຫວ່າງ ການນຳຂັ້ນສູງສອງປະເທດ ໄດ້ປະກອບສ່ວນສຳຄັນໃນການຍົກສູງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ແລະ ລັດເຊຍ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືໃນບັນດາຂົງເຂດອື່ນ. ສອງຝ່າຍກໍເຫັນດີຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນບັນດາຂົງເຂດເສດຖະກິດຈຸດສຸມກໍຄືໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຕັກນິກການທະຫານ. ສອງຝ່າຍແລກປ່ຽນຄຳເຫັນຢ່າງເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຢືນຢັນສືບຕໍ່ເພີ່ມທະວີການສົມທົບຢ່າງແຫນ້ນແຟ້ນ ແລະ ມີປະສິດທິຜົນທີ່ບັນດາເວທີປາໄສສາກົນ, ພິເສດ ທີ່ ສປຊ ແລະ ບັນດາກົນໄກຮ່ວມສຳພັນພາກພື້ນ.
TAG
vovworld/ເຈລະຈາຍຸດທະສາດ
Related






