ການເຕີບໂຕເສດຖະກິດຂອງນະຄອນໂຮ່ຈິມີນແມ່ນບົດຮຽນທີ່ດີໃນການຄຸ້ມຄອງແລະບໍລິຫານ
04/01/2014 09:18
(vovworld)- ວັນທີ 3/1, ຄະນະປະຕິບັດງານຂອງຄະນະເສດຖະກິດສູນກາງໂດຍທ່ານ ເວືອງດີງເຫ້ວ, ກຳມະການສູນກາງພັກ, ຫົວຫນ້າຄະນະດັ່ງກ່າວນຳຫນ້າ ໄດ້ເຮັດວຽກກັບການນຳນະຄອນໂຮ່ຈິມີນກ່ຽວກັບສະພາບການຜັນຂະຫຍາຍ

ທ່ານ ເວືອງດີງເຫ້ວ photo:baomoi.com (vovworld)- ວັນທີ 3/1, ຄະນະປະຕິບັດງານຂອງຄະນະເສດຖະກິດສູນກາງໂດຍທ່ານ ເວືອງດີງເຫ້ວ, ກຳມະການສູນກາງພັກ, ຫົວຫນ້າຄະນະດັ່ງກ່າວນຳຫນ້າ ໄດ້ເຮັດວຽກກັບການນຳນະຄອນໂຮ່ຈິມີນກ່ຽວກັບສະພາບການຜັນຂະຫຍາຍ ແລະ ໝາກຜົນການປະຕິບັດມະຕິຂອງກົມການເມືອງກ່ຽວກັບທິດທາງ, ຫນ້າທີ່ພັດທະນານະຄອນໂຮ່ຈິມີນຮອດປີ 2020, ສະພາບການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດຕິດພັນກັບຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ແຜນການພັດທະນາເສດຖະກິດຂອງນະຄອນປີ 2014. ທີ່ການເຮັດວຽກ, ທ່ານເວືອງດີງເຫ້ວ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມຂອງນະຄອນໃນໄລຍະ 2011-2013. ຕາມທ່ານ ເວືອງດີງເຫ້ວ ແລ້ວ, ໃນການບໍລິຫານຂອງນະຄອນ ຄວນເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕ, ຕ້ອງກຳນົດຄາດໝາຍຢ່າງຈະແຈ້ງ, ເປັນຕົ້ນແມ່ນດັດຊະນີກ່ຽວກັບສະມັດຕະພາບແຮງງານ, ການລົງທຶນຢ່າງມີປະສິດທິຜົນ, ການປະກອບສ່ວນຂອງບັນດາຂົງເຂດ. ນີ້ກໍແມ່ນບົດຮຽນທີ່ດີໃນການຄົ້ນຄ້ວາບັນດານະໂຍບາຍພັດທະນາໃຫ້ແກ່ທ້ອງຖິ່ນຕ່າງໆ.
TAG
vovworld/vov/ຂົງເຂດເສດຖະກິດ/
Related






