ການແຫ່ຂະບວນປະທ້ວງຄັດຄ້ານນະໂຍບາຍຮັດເຂັມຄັດຢູ່ ອິຕາລີ ແລະ ແອດສະປາຍ
28/10/2012 09:29
ວັນທີ 27/10, ຊາວ ອີຕາລີ ນັບແສນຄົນໄດ້ເຕົ້າໂຮມຢູ່ນະຄອນຫລວງ Rome ປະເທດ ອີຕາລີ ເພື່ອແຫ່ຂະບວນປະທ້ວງ ຄັດຄ້ານນະໂຍບາຍຮັດເຂັມຄັດ ໂດຍລັດຖະບານຂອງນາຍົກລັດຖະມົນຕີ Mario Monti ປະຕິບັດ

ພາບປະກອບ: internet (vovworld) - ວັນທີ 27/10, ຊາວ ອີຕາລີ ນັບແສນຄົນໄດ້ເຕົ້າໂຮມຢູ່ນະຄອນຫລວງ Rome ປະເທດ ອີຕາລີ ເພື່ອແຫ່ຂະບວນປະທ້ວງ ຄັດຄ້ານນະໂຍບາຍຮັດເຂັມຄັດ ໂດຍລັດຖະບານຂອງນາຍົກລັດຖະມົນຕີ Mario Monti ປະຕິບັດ. ການແຫ່ຂະບວນປະທ້ວງດັ່ງກ່າວໂດຍແມ່ນບັນດາກຸ່ມບໍລິສັດ, ສະຫະສະມາຄົມນັກສຶກສາ, ບັນດາອົງການຈັດຕັ້ງການເມືອງ ເພື່ອຄັດຄ້ານເລື່ອງເພີ່ມອາກອນ ແລະ ຫລຸດຜ່ອນການອຸດຫນູນ, ຮຽກຮ້ອງສ້າງວຽກເຮັດງານທຳຕື່ມອີກ, ເພີ່ມທະວີການລົງທຶນເຂົ້າໃນຂົງເຂດການສຶກສາ ແລະ ສາທາລະນະສຸກກໍຄືຈຳກັດສິດພິເສດສະເພາະຂອງວົງການການເມືອງ. ໃນວັນດຽວກັນ, ຢູ່ ແອດສະປາຍ, ມີປະຊາຊົນ 3000 ຄົນກໍລົງຖະຫນົນແຫ່ຂະບວນປະທ້ວງຢູ່ນະຄອນຫລວງ Maldrit ເພື່ອຄັດຄ້ານການຮັດກຸ່ມງົບປະມານປີ 2013 ໂດຍແມ່ນສະພາແຫ່ງຊາດປະເທດນີ້ຮັບຮອງເອົາເມື່ອວັນທີ 24/10.
TAG
ແຫ່ຂະບວນ
Related






