ການເຄື່ອນໄຫວເພື່ອທະເລໝູ່ເກາະບ້ານເກີດເມືອງນອນຄັ້ງທີ 6 ປີ2013
06/07/2013 09:41
(vovworld)- ລາຍການຖີບລົດເຊື່ອມຕໍ່ພາກໃຕ້ ແລະ ພາກເຫນືອ ຫວຽດນາມ ເພື່ອທະເລ, ໝູ່ເກາະບ້ານເກີດເມືອງນອນຄັ້ງທີ 6 ປີ 2013 ຖືກດຳເນີນໄປໃນຕອນເຊົ້າວັນທີ 6/7 ຢູ່ ແຂວງ ບ່າເຮ້ຍ ຫວູງເຕົາ

ບັນດານັກສຶກສາເຂົ້າຮ່ວມລາຍການ ພາບ:internet (vovworld)- ລາຍການຖີບລົດຖີບເຊື່ອມຕໍ່ພາກໃຕ້ ແລະ ພາກເຫນືອ ຫວຽດນາມ ເພື່ອທະເລ, ໝູ່ເກາະບ້ານເກີດເມືອງນອນຄັ້ງທີ 6 ປີ 2013 ຖືກດຳເນີນໄປໃນຕອນເຊົ້າວັນທີ 6/7 ຢູ່ ແຂວງ ບ່າເຮ້ຍ ຫວູງເຕົາ. ເຂົ້າຮ່ວມລາຍການ ມີນັກສຶກສາອາສາສະໝັກ 85 ຄົນ ແລະ ຈະໄປຜ່ານ 18 ແຂວງ, ນະຄອນ ຈາກບ່າເຣ້ຍ ຫວູງເຕົາ ຮອດນະຄອນຫລວງ ຮ່າໂນ້ຍ. ລາຍການດັ່ງກ່າວຈະດຳເນີນການເຄື່ອນໄຫວມີຄວາມໝາຍຫລາຍຢ່າງຄື: ໂຄສະນາກ່ຽວກັບບົດບາດ ແລ ຄຸນຄ່າຂອງທະເລໝູ່ເກາະຫວຽດນາມ, ກ່ຽວກັບການປົກປັກຮັກສາສ່ິງແວດລ້ອມທະເລ, ຍົກສູງສະຕິຄວາມຮັບຮູ້ກ່ຽວກັບຄວາມອັນຕະລາຍຂອງລູກລະເບີດຫລັງສົງຄາມ ແລະອື່ນໆ.
TAG
ເຊື່ອມຕໍ່
Related






