ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ປະທານໂຮ່ຈິມີນ
17/05/2013 10:13
ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີ ວັນຄ້າຍວັນເກີດຂອງປະທານໂຮ່ຈິມີນ

ສະຫະພັນແມ່ຍິງນະຄອນໂຮ່ຈິມິນ ຈັດການພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີ ແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈິມີນ (ພາບ : baomoi.com) Vovworld- ເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີ ແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈິມີນ, ບັນດາທ້ອງຖິ່ນໃນທົ່ວປະເທດຫວຽດນາມ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງທີ່ຟົດຟື້ນມວ່ນຊື່ນ. ຕອນຄ່ຳວັນທີ 16/5, ງານມະໂຫລານບັນດາຄະນະສິລະປະກອນສຳຮອງແຂວງຮ່າຢາງຄັ້ງທີ 2 ປີ 2013 ໄດ້ຖືກໄຂຂຶ້ນຢູ່ສູນວັດທະນະທຳວາງສະແດງແຂວງ, ງານມະໂຫລານລວມມີບັນດາລາຍການຟ້ອນລຳທຳເພງທີ່ມີຫົວເລື່ອງ, ແນວຄິດຍ້ອງຍໍຊົມເຊີຍພັກ, ລຸງໂຮ່, ມູນເຊື້ອຮັກຊາດຂອງປະຊາຊົນ; ຍ້ອງຍໍຄວາມຮັກການດຳລົງຊີວິດ, ບັນດາຜົນງານໃນກິດຈະການປ່ຽນແປງໃໝ່, ນ້ຳໃຈສາມັກຄີແຫ່ງຊາດ...... ໃນຂະນະນັ້ນ, ອົງການຊາວໜຸ່ມກຸ່ມບັນດາອົງການສຳນັກງານແຂວງດັກນົງໄດ້ຈັດງານປະກວດໂຄສະນາບັນດາບົດເພງປະຕິວັດປີ 2013 , ຊຶ່ງມີການເຂົ້າຮ່ວມຂອງ 28 ຄະນະສິລະປະກອນທີ່ມາຈາກອົງການຊາວໜຸ່ມຂັ້ນຮາກຖານ, ໜ່ວຍຊາວໜຸ່ມຕ່າງໆ. ສະມາຄົມວັນນະຄະດີສິລະປະແຂວງແຂວງດົງທາບ ໄດ້ຈັດງານວາງສະແດງພາບສິລະປະດ້ວຍຫົວເລື່ອງ “ ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ”
Related






