ການເຄື່ອນໄຫວຕ່າງໆຕ້ອນຮັບບຸນເຕັດຂອງປະຊາຊົນໃນທົ່ວປະເທດຫວຽດນາມ
09/02/2016 07:53
(vovworld)- ວັນທີ 9/2 ແມ່ນກົງກັບວັນທີ 2/1 ໄລ່ຕາມຈັນທະປະຕິທິນ, ປະຊາຊົນພາຍໃນປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ
ສຸສານປະທານໂຮ່ຈິມີນ ພາບ:baochinhphu.vn (vovworld)- ວັນທີ 9/2 ແມ່ນກົງກັບວັນທີ 2/1 ໄລ່ຕາມຈັນທະປະຕິທິນ, ປະຊາຊົນພາຍໃນປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ ແລະ ສະຫນາມຫລວງບາດີງປະຫວັດສາດ. ນີ້ແມ່ນໂອກາດປະຊາຊົນສະແດງຄວາມເຄົາລົບນັບຖືຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ. ສ່ວນຢູ່ນະຄອນເຫ້ວ, ປະຊາຊົນໄດ້ພາກັນໄປວັດ ພາວະນາຂໍຄວາມຢູ່ເຢັນເປັນສຸກ, ມີໂຊກມີໄຊໃຫ້ຄອບຄົວແລະຕົນເອງ. ພະອາຈານ ທິກເຫ້ວເຟືອກ, ເຈົ້າອະທິການວັດ ຕືເລີມ ຕາແສງ ຖູຍຊວນ ນະຄອນ ເຫ້ວ ໃຫ້ຮູ້ວ່າ: ຮີດຄອງປະເພນີເຂົ້າວັດໃນຕົ້ນປີໃຫມ່ ແມ່ນຄວາມງາມດ້ານຈິດວິນຍານໃນຊີວິດຂອງຊາວຫວຽດນາມ ທີ່ມີມາແຕ່ດົນນານແລ້ວ. ຢູ່ແຂວງ ດົງທາບ, ງານບຸນລະດູບານໃຫມ່ 2016 ແມ່ນຕິດພັນການສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງແຂວງ ດົງທາບ, ສະນັ້ນ ປະຊາຊົນໃນທົ່ວແຂວງ ໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ ແລະ ມີຄວາມປະເອີບໃຈ, ຄວາມຫວັງຕໍ່ການພັດທະນາ.
TAG
vovworld/ສະຫນາມຫລວງບາດີງ
Related






