ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ ເບລາຣຸດ
17/05/2013 06:54
ໃນຂອບເຂດການຢ້ຽມຢາມ ສ.ເບລາຣຸດ, ຕອນບ່າຍວັນທີ 17/5, ຢູ່ນະຄອນຫຼວງ Minsk, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ພົບປະເຈລະຈາກັບປະທານາທິບໍດີ ເບລາຣຸດ Alexander Lukashenko.

(vovworld) – ໃນຂອບເຂດການຢ້ຽມຢາມ ສ.ເບລາຣຸດ, ຕອນບ່າຍວັນທີ 17/5, ຢູ່ນະຄອນຫຼວງ Minsk, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ພົບປະເຈລະຈາກັບປະທານາທິບໍດີ ເບລາຣຸດ Alexander Lukashenko. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພື່ອແນໃສ່ເພີ່ມວົງເງິນການຄ້າສອງຝ່າຍ, ເພີ່ມທະວີການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ ແລະ ວິທະຍາສາດເຕັກນິກ, ຕັດສິນໃຈປະຕິບັດແຜນການໄດ້ວາງອອກໃນໂຄງການຮ່ວມມືດ້ານເສດຖະກິດໄລຍະ 2013-2015.ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຢຶນຢັນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຂອງປະເທດນີ້ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃຫ້ຮູ້ວ່າ: ລັດຖະບານເບລາຣຸດ ຕົກລົງຈະໃຫ້ບຸລິມະສິດດ້ານສິນເຊື່ອ ແລະ ປະກັນໄພໃນການສົ່ງອອກນຳເຂົ້າ, ໃຫ້ຄຳໝັ້ນສັນຍາລົບລ້າງບາງຮົ້ວກີດຂວາງດ້ານບໍລິຫານ ແລະ ພາສີ ເພື່ອໜູນຊ່ວຍບັນດາວິສາຫະກິດສອງຝ່າຍຮ່ວມມືລົງທຶນດຳເນີນທຸລະກິດ. ໃນຂົງເຂດການສຶກສາ-ບ່ຳລຸງສ້າງ, ເບລາຣຸດ ເຫັນດີຈະເພີ່ມທຶນສຶກສາໃຫ້ນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ເບລາຣຸດ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ພົບປະກັບປະທານາທິບໍດີ ເບລາຣຸດ A.Lukasenco ແລະ ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຂອງນະຄອນຫຼວງ Minsk. ໃນຕອນເຊົ້າ ວັນທີ 17/5 ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽນເຕິນຢຸງ ໄດ້ເຂົ້າພົບປະ ກັບ ບັນດາ ພະນັກງານ, ລັດຖະກອນຂອງສະຖານທູດ, ຜູ້ຕາງຫນ້າສະມາຄົມ ມິດຕະພາບ ເບລຣຸດ-ຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ຢູ່ ເບລາຣຸດ. ທ່ານນາຍົກລັດຖະມົນຕີ ຫວຽນເຕິນຢຸງ ຊົມເຊີຍ ຄວາມມານະພະຍາຍາມຂອງພະນັກງານ ພາລະກອນ ສະຖານທູດ ຫວຽດນາມ ທີ່ໄດ້ ສູ້ຊົນ,ແກ້ໄຂຄວາມຫຍຸ້ງຍາກ, ເຮັດສຳເລັດວຽກງານທີ່ໄດ້ຮັບມອບໝາຍ,ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ການຮ່ວມມື ຂອງ ສອງ ປະເທດ, ກໍ່ຄືເຮັດວຽກງານໜູນຊ່ວຍປະຊາຄົມຊາວຫວຽດນາມ ໄດ້ດີເປັນເລື້ອຍໆມາ. ຢັ້ງຢືນທຸກໆການ ປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ຢູ່ເບລາຣຸດເຂົ້າໃນການພັດທະນາການພົວພັນຂອງ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຖືວ່າ: ເຖິງວ່າປະຊາຄົມຊາວຫວຽດນາມ ຢູ່ ສ. ເບລາຣຸດ ຈະມີຈຳນວນບໍ່ຫຼວງຫຼາຍປານໃດ, ແຕ່ວ່າໃນແຕ່ລະຄົນພັດແມ່ນຂົວຕໍ່ແຫ່ງສາຍພົວພັນມິດຕະພາບ ປະກອບສ່ວນເຂົ້າໃນການໂຄສະນາ ປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽນເຕິນຢຸງ ຫວັງວ່າປະຊາຄົມ ຊາວຫວຽດ ຕ້ອງຮັກສາສີສັນຊາດ ແລະ ພາສາ ຫວຽດ, ເອົາໃຈໃສ່ເຖິງວຽກງານສຶກສາອົບຮົມ ຊາວໜຸ່ມເຍົາວະຊົນ, ອວ່າຍເມືອຫາ ບ້ານເກີດເມືອງນອນ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ16/5 (ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການພົບປະກັບທ່ານ ປະທານສະພາຕຳ່ ເບລາຣຸດ V. Andreichenko ແລະ ທ່ານຮອງປະທານສະພາສູງ A. Rusesky. ທ່ານປະທານສະພາສູງ ແລະ ທ່ານປະທານສະພາຕຳ່ ເບລາຣຸດ ຕີລາຄາສູງການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ເຊິ່ງຈະປະກອບສ່ວນຢ່າງແທ້ຈິງເຂົ້າໃນການຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເບລາຣຸດ ໃນຫຼາຍຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສະພາແຫ່ງຊາດ ຫວຽດນາມ ແລະ ເບລາຣຸດ ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ, 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ເຊິ່ງແມ່ນຊ່ອງສຳຄັນໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ໄປວາງພວງມາລາຢູ່ສະໜາມຫຼວງ ໄຊຊະນະ ທີ່ນະຄອນຫຼວງ Minsk ແລະເຂົ້າຮ່ວມງານລ້ຽງຂອງນາຍົກລັດຖະມົນຕີ ເບລາຣຸດ.
TAG
ສ. ເບລາຣຸດ/ເຈລະຈາ/ຮ່ວມມື
Related






