ການເຄື່ອນໄຫວພົບປະກັບຜູ້ມີສິດເລືອຕັ້ງຂອງ ສສຊ
29/11/2011 12:08
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ບັນດາ ສສຊ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 3 ນະຄອນ ໂຮ່ຈິມິນ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.

ໂດຍສືບຕໍ່ການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ວັນທີ 29 ພະຈິກ, ບັນດາ ສສຊ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖີ່ນ. ຕອນເຊົ້າວັນທີ 29 ພະຈິກ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ບັນດາ ສສຊ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 3 ນະຄອນ ໂຮ່ຈິມິນ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ບັນດາ ສສຊ ໃຫ້ຮູ້ວ່າ ລາຍການເຮັດວຽກຂອງກອງປະຊຸມຄັ້ງຜ່ານມາແມ່ນຫຼາຍວຽກງານພໍສົມຄວນ, ແຕ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ສະພາແຫ່ງຊາດບໍ່ພຽງແຕ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມປີ 2012 ເທົ່ານັ້ນ, ຫາກນັບທັງໄລຍະ 5 ປີ 2006 - 2010 ອີກດ້ວຍ, ພ້ອມກັນນັ້ນໄດ້ວາງແຜນການພັດທະນາເສດຖະກິດສັງຄົມປີ 2012 ຕິດພັນກັບໄລຍະ 5 ປີ 2011 - 2015. ຜູ້ມີສິດເລືອກຕັ້ງເມືອງ 3 ໄດ້ເຫັນດີກັບໝາກຜົນຂອງສະໄໝປະຊຸມຄັ້ງຜ່ານມາ, ພິເສດແມ່ນໃນການເຄື່ອນໄຫວຊັກຖາມ, ຕອບຄຳຊັກຖາມ ແລະ ໂຄງການສ້າງກົດໝາຍ. ຜູ້ມີສິດເລືອກຕັ້ງປາດຖະໜາວ່າ ສະພາແຫ່ງຊາດ ແລະ ລັດຖະບານເອົາໃຈໃສ່ກວ່າອີກ, ຕັດສິນໃຈໃນການປ້ອງກັນ,ຕ້ານໄພສໍ້ລາດບັງຫຼວງ, ຫຼຸດຜ່ອນອຸບັດຕິເຫດທາງຄົມມະນາຄົມ, ສະພາບລົດຕິດ ແລະ ຍົກສູງຄຸນນະພາບດ້ານການສຶກສາກວ່າອີກ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ອະທິບາຍ, ໃຫ້ຄຳຕອບຕໍ່ແຕ່ລະໝວດຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ໃນນັ້ນໄດ້ເນັ້ນໜັກເຖິງບົດບາດຕິດຕາມກວດກາຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ ສສຊ.
Related






