ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຢູ່ລັດເຊຍ
05/05/2015 06:27
ໃນຊຸມວັນຜ່ານມາ, ບັນຍາກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ຟາດຊິດ ພວມຟົດຟື້ນໃນທົ່ວປະເທດ ລັດເຊຍ ແລະ ພິເສດແມ່ນຢູ່ນະຄອນຫຼວງ ມົດສກູ. ສະເພາະຢູ່ນະຄອນຫຼວງ ມົດສກູ

ພາບປະກອບ (vovworld) – ໃນຊຸມວັນຜ່ານມາ, ບັນຍາກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ຟາດຊິດ ພວມຟົດຟື້ນໃນທົ່ວປະເທດ ລັດເຊຍ ແລະ ພິເສດແມ່ນຢູ່ນະຄອນຫຼວງ ມົດສກູ. ສະເພາະຢູ່ນະຄອນຫຼວງ ມົດສກູ ຈະຈັດຕັ້ງການເຄື່ອນໄຫວ 2.200 ຢ່າງໃນລະດັບທົ່ວນະຄອນ. ໄລ່ສະເພາະໃນທົ່ວປະເທດ ລັດເຊຍ, ຈະມີການເຄືອນໄຫວນັບໝື່ນຢ່າງໄດ້ຮັບການຈັດຂຶ້ນ. ບັນດາວຽກງານກະກຽມ, ເຝິກແອບໃຫ້ພິທີສວນສະໜາມສະເຫຼີມສະຫຼອງ ວັນໄຊຊະນະ 9/5 ພວມໄດ້ຮັບການປະຕິບັດຢ່າງຮີບດ່ວນ. ຊ່ອງໂທລະພາບຕ່າງໆຂອງລັດເຊຍ ໄດ້ໃຫ້ຂ່າວຫຼາຍຢ່າງກ່ຽວກັບບັນຍາກາດສະເຫຼີມສະຫຼອງວັນໄຊຊະນະນີ້ຢູ່ທ້ອງຖິ່ນຕ່າງໆ. ໃນບັນຍາກາດນັ້ນ, ຄວາມເອກອ້າງທະນົງໃຈນັ້ນໄດ້ສ້າງເປັນຂີດໝາຍທີ່ແຂງແຮງ ແລະ ກາຍເປັນສານກ່ຽວກັບສັນຕິພາບໃຫ້ແກ່ຊາວ ລັດເຊຍ ທຸກຄົນ ແລະ ບັນດາຜູ້ຮັກຫອມສັນຕິພາບໃນທົ່ວໂລກ.
TAG
vovworld/vov/ການເຄືອນໄຫວ
Related






