ການເຄື່ອນໄຫວຢື້ຢາມຖາມຂ່າວອວຍພອນປີໃຫມ່ຂອງການນຳພັກ,ລັດ
24/01/2014 10:55
ທ່ານ ດີງເທຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ລົງຢື້ຢາມຖາມຂ່າວ

ທ່ານ ດີງເທຮີງອວຍພອນປີໃຫມ່ ກອງພົນນ້ອຍ 144 (vovworld)- ເນື່ອງໃນໂອກາດບຸນປີໃຫມ່ປີມະເມຍ 2014, ຕອນເຊົ້າວັນທີ 24/1 ຢູ່ ຮ່າໂນ້ຍ, ທ່ານ ດີງເທຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ລົງຢື້ຢາມຖາມຂ່າວ ອວຍພອນປີໃຫມ່ ກອງພົນນ້ອຍ 144- ກອງເສນາທິການໃຫຍ່ ແລະ ພະແນກຕຳຫລວດຈໍລະຈອນ ນະຄອນ ຮ່າໂນ້ຍ. ທີ່ການພົບປະກັບພະແນກຕຳຫລວດຈໍລະຈອນ, ທ່ານ ດີງເທຮີງ ສະເຫນີ: ໃນໄລຍະຈະມາເຖິງ, ບັນດານັກຮົບພະແນກຕຳຫລວດຈໍລະຈອນ ເວົ້າສະເພາະ ແລະ ຕຳຫລວດນະຄອນ ຮ່າໂນ້ຍ ເວົ້າລວມ ຄວນສືບຕໍ່ການໂຄສະນາ, ທະວີຄູນບັນດາແບບຢ່າງດີເດັ່ນຂອງພະນັກງານ, ນັກຮົບໃນການຊ່ວຍເຫລືອ, ກູ້ເອົາຊີວິດປະຊາຊົນເມື່ອເຂົ້າຮ່ວມການຈໍລະຈອນ ທີ່ໄດ້ສ້າງຄວາມປະທັບໃຈອັນດີງາມໃນໝູ່ປະຊາຊົນ.
TAG
vovworld/ປີໃຫມ່/ຕຳຫລວດ
Related






