ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃນລຳແມ່ນ້ຳຂອງຕ້ອງຢູ່ພາຍໃຕ້ການຄຸ້ມຄອງສັງລວມ
08/11/2012 10:18
ເລື່ອງຂຸດຄົ້ນ ແລະ ນຳໃຊ້ແຫລ່ງຊັບພະຍາກອນຢ່າງສະເຫມີ ແລະ ເໝາະສົມ, ພິເສດແມ່ນແຫລ່ງນ້ຳຢູ່ແມ່ຂອງແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງລວມຂອງລຸ່ມແມ່ນ້ຳຂອງ

ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ພາບ: internet (vovworld) - ວັນທີ 8/11 ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຫນ້າເລື່ອງລັດຖະບານ ລາວ ຕົກລົງລົງມືກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ, ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈງວ່າ: ເລື່ອງຂຸດຄົ້ນ ແລະ ນຳໃຊ້ແຫລ່ງຊັບພະຍາກອນຢ່າງສະໝຳ່ສະເຫມີ ແລະ ເໝາະສົມ, ພິເສດແມ່ນແຫລ່ງນ້ຳຢູ່ແມ່ຂອງແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງລວມຂອງລຸ່ມແມ່ນ້ຳຂອງ, ເພື່ອຜົນປະໂຫຍດຂອງບັນດາປະເທດແຄມແມ່ນ້ຳ ແລະ ປະຊາຊົນດຳລົງຊີວິດຢູ່ເຂດນີ້. ຫວຽດນາມ ໄດ້ສະແດງທັດສະນະຂອງຕົນເປັນຫລາຍເທື່ອແລ້ວ ເລື່ອງກໍ່ສ້າງບັນດາເຂື່ອນໄຟຟ້າຢູ່ໃນລຳແມ່ນ້ຳຂອງຕ້ອງພາຍໃຕ້ການຄຸ້ມຄອງສັງລວມ ແລະ ພັດທະນາແມ່ນ້ຳຂອງ ແລະ ໄດ້ສະເຫນີບັນດາປະເທດຈົ່ງສົມທົບກັນປະຕິບັດການຄົ້ນຄ້ວາສັງລວມບັນດາການກະທົບຂອງໂຄງການເຂື່ອນໄຟຟ້ານ້ຳຕົກສຕໍ່ການພັດທະນາແບບຍືນຍົງຂອງລຸ່ມແມ່ນ້ຳຂອງ. ທ່ານ Luong Thanh Nghi ກ່າວວ່າ:
TAG
ໂຄສົກກະຊວງການຕ່າງປະເທດ
Related






