VOV WorldVOV World
ການນຳຫວຽດນາມ ເຂົ້າຮ່ວມພິທີໄຂສົກຮຽນໃໝ່
04/09/2012 11:08
ພັກ ​ແລະ ລັດ​ຫວຽດນາມ ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ພັດທະນາ​ພາລະກິດ​ການ​ສຶກສາ
ການນຳຫວຽດນາມ ເຂົ້າຮ່ວມພິທີໄຂສົກຮຽນໃໝ່
(vovworld) -  ຕອນ​ເຊົ້າ​ວັນ​ທີ 4/9, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ຢູ່​ໂຮງຮຽນ​ມັດ​ທະ​ຍົມ​ຕອນ​ປ່າຍ​ລົງ​ເລິກ Le Hong Phong, ນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ​ຫວຽດນາມ ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ພັດທະນາ​ພາລະກິດ​ການ​ສຶກສາ ຖື​ວ່າ​ນີ້​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ, ​ແມ່ນ​ປັດ​ໃຈ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ, ພັດທະນາ​ຢ່າງ​ວ່ອງ​ໄວ - ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ຖື​ວ່າ ສົກຮຽນ 2012 – 2013 ​ແມ່ນ​ປີ​ທີ 2 ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ການ​ສຶກສາ​ໄລຍະ 2011 – 2020, ​ໃນ​ນັ້ນ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ວ່ອງ​ໄວ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ສູ​ມ​ໃສ່​ການ​ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແມ່ນ​ຂອດ​ບຸກທະລຸ​ໃນ​ຍຸດ​ທະ​ສາດ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ ​ເນັ້ນ​ໜັກ​ວ່າ:
TAG
ໄຂສົກຮຽນໃໝ່