VOV WorldVOV World
ການນຳຫວຽດນາມຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວສົມສະຫວາດເລັ່ງສະຫວັດ
22/01/2015 09:22
(vovworld)- ​ ​ຕອນ​ເຊົ້າ​ວັນ​ທີ 22/1, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ​້​ຕ​ອ້ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ
ການນຳຫວຽດນາມຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວສົມສະຫວາດເລັ່ງສະຫວັດ
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ​  ຕ້ອນຮັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ພາບ:nguyentandung.org (vovworld)- ​ຕອນ​ເຊົ້າ​ວັນ​ທີ 22/01, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ແຫ່ງ ສປປ ລາວ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ນຳ​ໜ້າ​ພວມ​ຢ້ຽມຢາມ​ຫວຽດນາມ.         ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕີ​ລາຄາ​ສູງ​ການ​ສົມທົບ​ກັບ​ຂອງ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ກຳມ າ​ທິການຮ່ວມ​ມື​ຂອງ 2 ລັດຖະບານ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, 2 ລັດ ​ໃນປີ 2014 ຢ່າງ​ມີ​ປະສິດທິ​ຜົນ; ສະ​ເໜີ 2 ລັດຖະບານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​ ລະຫວ່າງ ການ​ນຳ​ຂັ້ນ​ສູງ 2 ພັກ, ບັນດາ​ສັນຍາ, ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຄົ້ນ​ຄ້ວາ, ສະ​ເໜີ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ກັບ​ການ​ພົວພັນ ລະຫວ່າງ 2 ປະ​ເທດ ​ແລະ ສະພາບ​ການຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມິ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.         ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ຢືນຢັນ​ວ່າ: ລາວ ຈະ​ພ້ອມ​ກັບ ​ຫວຽດນາມ ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ-​ຫວຽດນາມ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.
TAG
vovworld/ສະ​ເຫລີມ​ສະ​ຫລອງ​