ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫລວງ ຄັ້ງທີ13
26/11/2014 10:43
(vovworld)- ການໂອ້ລົມສົນທະນາດັ່ງກ່າວພາຍໃຕ້ຫົວຂໍ້ວ່າ “ບັນດາມາດຕະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ

ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານ ການສໍ້ລາດບັງຫລວງ ພາບ:baocongthuong.com (vovworld)- ການໂອ້ລົມສົນທະນາດັ່ງກ່າວພາຍໃຕ້ຫົວຂໍ້ວ່າ “ບັນດາມາດຕະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ເກັບເອົາຊັບສິນສໍ້ລາດບັງຫລວງ”, ໂດຍອົງການກວດກາລັດຖະບານ ແລະ ກະຊວງຍຸຕິທຳ ແລະ ສະຖານທູດອັງກິດຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 26/11 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນໄຂພິທີ, ທ່ານ ຮ່າຮຸ່ງເກືອງ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຢືນຢັນວ່າ: ຈຸດໝາຍ, ວິທີສຳພັດໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງຫວຽດນາມແມ່ນຄ້າຍຄືກັບສາກົນ. ນະໂຍບາຍປ້ອງກັນ,ຕ້ານການສໍ້ລາດບັງຫລວງຂອງຫວຽດນາມຍາມໃດກໍຖືການປ້ອງກັນເຫດແມ່ນມາດຕະການສຳຄັນ, ເປັນພື້ນຖານ, ຄວນໄດ້ຮັບການປະຕິບັດຢ່າງຂ້ຽວຂາດ,ຮອບດ້ານຢູ່ທຸກຂັ້ນ,ທຸກຂະແຫນງການ, ທຸກຂົງເຂດ, ທຸກພາກສ່ວນສັງຄົມ.
TAG
vovworld/ການໂອ້ລົມສົນທະນາ
Related






