VOV WorldVOV World
ການປະກວດຫລິ້ນ piano ສາກົນ ຄັ້ງທີ 2 - ຮ່າໂນ້ຍປີ 2012
12/09/2012 08:50
ພາຍຫລັງ​​ການ​ປະ​ກວດມາ​ເປັນ​ເວລາ 8 ວັນ, ​ການ​​ປະ​ກວດ​ຫລິ້ນ piano ສາກົນ ຄັ້ງ​ທີ 2 ຢູ່ ຮ່າ​ໂນ້ຍປີ 2012 ​ອັດ​ລົງຢ່າງ​ຈົບງາມ​ໃນຕອນ​ຄຳ່​ວັນ​ທີ 11/9 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 53 ຄົນ​ມາ​ຈາກ 10 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ
ການປະກວດຫລິ້ນ piano ສາກົນ ຄັ້ງທີ 2 - ຮ່າໂນ້ຍປີ 2012
​ການ​​ປະ​ກວດ​ຫລິ້ນ  piano ສາກົນ ຄັ້ງ​ທີ 2 ພາບ: internet (vovworld) -  ພາຍຫລັງ​​ການ​ປະ​ກວດມາ​ເປັນ​ເວລາ 8 ວັນ, ​ການ​​ປະ​ກວດ​ຫລິ້ນ  piano ສາກົນ ຄັ້ງ​ທີ 2 ຢູ່ ຮ່າ​ໂນ້ຍປີ 2012 ​ອັດ​ລົງຢ່າງ​ຈົບງາມ​ໃນຕອນ​ຄຳ່​ວັນ​ທີ 11/9 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 53 ຄົນ​ມາ​ຈາກ 10 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ.  ໝາກຜົນ​ຂອງ​ການ​ແຂ່ງຂັນ​: ນ້ອງ Phan Thien Bach Anh ອາຍຸ 10 ປີ ​ແມ່ນ​ນັກຮຽນ​ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ ຫວຽດນາມ ຄ້ວາ​ໄດ້​ລາງ​ວັນ​ທີ​ 1 ໃນ​ສາຍ A. ນີ້​ແມ່ນ​ຄັ້ງ​ທຳ​ອິດ ນັກຮຽນ ຫວຽດນາມ ຄ້ວາ​ໄດ້​ລາງວັນ​ທີ 1 ​ໃນ​ການ​ປະ​ກວດຫລິ້ນ piano ສາກົນ ຮ່າ​ໂນ້ຍ.  ລາງວັນ​ທີ 2 ​ໄດ້​ແກ່​ນັກຮຽນ  Nguyen The Vinh  ຂອງ ຫວຽດນາມ ​ແລະ Huang Tung - Jiuan ​ຂອງ​ໄຕ້​ຫວັນ - ຈີນ. ສ່ວນ​ໃນ​ສາຍ C  ຊື່ງ​​ແມ່ນ​ສາຍ​ມີ​ລະດັບ​ສູງ​ກວ່າ, ນັກຮຽນ ຫວຽດນາມ ສາມາດ​ຄ້ວາ​ໄດ້​ພຽງລາງວັນ​ທີ 3. ລາງວັນ​ທີ 1 ​ແລະ ທີ 2 ຂອງ​ສາຍ B ​ແມ່ນ​ໄດ້​ແກ່​ນັກຮຽນ​ຂອງ ສ​ເກົາຫລີ. ລາງວັນ​ທີ 1 ​ແລະ ທີ 2 ຂອງ​ສາຍ C ​ແມ່ນ​ໄດ້​ແກ່​ນັກຮຽນ ຍີ່​ປຸ່ນ. ນັກ​ສິລະ​ປິນປະຊາຊົນ, ສາ​ສະ​ດາ​ຈານ Tran Thu Ha ປະທານ​ສະພາກວດສ​ອບການ​ປະ​ກວດ ຫລິ້ນ piano ສາກົນ ຄັ້ງ​ທີ 2 ຮ່າ​ໂນ້ຍ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:        
TAG
ການປະກວດ