VOV WorldVOV World
ການປະທະກັນຢູ່ ຕາເວັນອອກກາງ: ຫຼາຍປະເທດຮຽກຮ້ອງຢຸດຕິການປະທະກັນ
09/03/2026 09:48
(VOVWORLD) - ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ ຕາເວັນອອກກາງ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນທີ່ສຸດ ແລະ ຫຼາຍປະເທດໄດ້ສະແດງທັດສະນະ ກໍຄືຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈເພືຶ່ອຫຼີກລ່ຽງການແຜ່ລາມອອກສູ່ວົງກວ້າງຢູ່ພາກພື້ນ.
ການປະທະກັນຢູ່ ຕາເວັນອອກກາງ: ຫຼາຍປະເທດຮຽກຮ້ອງຢຸດຕິການປະທະກັນ
ທ່ານSergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຜັນຂະຫຍາຍຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການຈັດກອງປະຊຸມສຸດຍອດ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສະຫະປະຊາດ. ທ່ານ Anwar Ibrahim, ນາຍົກລັດຖະມົນຕີ ມາເລເຊຍ ຖືວ່າ ບັນດາການເຄື່ອນໄຫວດ້ານການທະຫານຂອງ ອາເມລິກາ ແລະ ອິດສະຣາແອັນ ແນໃສ່ ອີຣານ ແມ່ນ “ລະເມີດກົດໝາຍສາກົນ ກໍຄືບັນດາຫຼັກການນິຕິກຳ ແລະ ຄຸນສົມບັດ”. ໃນຂະນະນັ້ນ, ທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວັກກີ ກ່າວເຕືອນຄວາມສ່ຽງຂາດສະຖຽນລະພາບຢູ່ ອີຣານ ຈະເພີ່ມຂຶ້ນ. ທ່ານເນັ້ນໜັກວ່າ ຕວັກກີ ຄັດຄ້ານທຸກແຜນການຊວຍໃຊ້ການຈຳແນກເຊື້ອຊາດເຜົ່າພັນເພື່ອແບ່ງແຍກພາຍໃນ ອີຣານ, ຍ້ອນນີ້ແມ່ນ “ແຜນການອັນຕະລາຍທີ່ສຸດ” ຕໍ່ກັບຄວາມສະຖຽນລະພາບຢູ່ພາກພື້ນ.
TAG
VOV/VOVworld/ລະ​ເມີດ/​ກົດ​ໝາຍ​/ສາ​ກົນ