VOV WorldVOV World
ການພົບປະສົນທະນາ“ບົດຮຽນຈັດຕັ້ງການປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ”
14/02/2014 10:31
(vovworld)- ​ ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຫ້ອງການ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ຮ່ວມ​ມື​ສາກົນ​ຍີ່​ປຸ່ນ (JICA
ການພົບປະສົນທະນາ“ບົດຮຽນຈັດຕັ້ງການປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ”
ນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe photo:internet (vovworld)-  ​ ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຫ້ອງການ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ຮ່ວມ​ມື​ສາກົນ​ຍີ່​ປຸ່ນ (JICA), ວັນ​ທີ 14/2, ຫ້ອງການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ “ບົດ​ຮຽນການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ​ຂອງ​ຍີ່​ປຸ່ນ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງຫນ້າສະພາ​ປະຊາຊົນ, ບັນດາ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ອົງການ​ຂອງ​ລັດຖະບານ​ຈຳນວນ​ຫນຶ່ງ ​ແລະ ບັນດາ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ຂອງ​ຍີ່​ປຸ່ນ ​. ກ່າວ​ຄຳ​ເຫັນ​ໄຂ​ການ​ພົບ​ປະ​ສົນທະນາ, ທ່ານ ຫງວຽນ​ຊີ​ຢູງ, ຮອງ​ຫົວຫນ້າ​ຫ້ອງການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຫາກ​ໍ່​ໄດ້​ຮັບຮອງ​ເອົາ ມີ​ການ​ປ່ຽນ​ແປງ​​ໃຫມ່​ຫລາຍ​ຢ່າງ ​ແລະ ມີ​ບັນດາ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ລະບອບ​ນະ​ໂຍບາຍ. ​ເພື່ອ​ໃຫ້​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ລາຍການ​ຮອບດ້ານ​​ເພື່ອ​ຫັນ​ບັນດາ​ມາດຕາ​ໃນ​ລັດຖະທຳ​ມະນູນ​ເປັນ​ລະອຽດ.
TAG
vovworld/vov/ລັດຖະທຳ​ມະນູນ​