ການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນພວມໃນຈຸດເວລາດີທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ
15/12/2013 08:56
(vovworld)- ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເມື່ອເຂົ້າຢ້ຽມສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ໃນຕອນເຊົ້າວັນທີ 15/12

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເຂົ້າຢ້ຽມສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ພາບ:chinhphu.vn (vovworld)- ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເມື່ອເຂົ້າຢ້ຽມສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ໃນຕອນເຊົ້າວັນທີ 15/12 ເນື່ອງໃນໂອກາດຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງການພົວພັນຄູ່ເຈລະຈາ ອາຊຽນ- ຍີ່ປຸ່ນ, ກອງປະຊຸມສຸດຍອດ ແມ່ຂອງ-ຍີ່ປຸ່ນ ຄັ້ງທີ 5. ຕາມທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລ້ວ, ຫວຽດນາມ ແລະ ຍີ່ປຸ່ນ ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງ. ຍາມໃດຍີ່ປຸ່ນ ກໍສະຫນັບສະຫນູນຫວຽດນາມ ໃນແນວທາງພັດທະນາ ແລະ ບັນດາທັດສະນະກ່ຽວກັບອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ. ໃນຂົງເຂດເສດຖະກິດ, ຍີ່ປຸ່ນ ແມ່ນປະເທດສະຫງວນ ODA ໃຫ້ແກ່ຫວຽດນາມຫລາຍສຸດໃນຕະຫລອດ 20 ປີຜ່ານມາ, ແລະ ແມ່ນປະເທດລົງທຶນໂດຍກົງຂອງຕ່າງປະເທດໃຫຍ່ສຸດຢູ່ຫວຽດນາມປະຈຸບັນ ດ້ວຍຍອດຈຳນວນເງິນລົງທຶນປະມານ 35 ຕື້ USD. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປາດຖະຫນາວ່າ: ບັນດາພະນັກງານສະຖານທູດຄວນມານະພະຍາຍາມເພີ່ມທະວີການພົວພັນມິດຕະພາບລະຫວ່າສອງປະເທດໃນຂົງເຂດການເມືອງ, ການທູດ. ພ້ອມກັນນັ້ນ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ເພີ່ມວົງເງິນການສົ່ງອອກຂອງຫວຽດນາມເຂົ້າຕະຫລາດຍີ່ປຸ່ນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດພົບປະ, ຊອກຮູ້ກາລະໂອກາດການຮ່ວມມື, ລົງທຶນເຂົ້າຕະຫລາດຂອງກັນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
TAG
vovworld/vov/ຮ່ວມມືຫວຽດນາມ-ຍີ່ປຸ່ນ
Related






