ການຮ່ວມມືສອງຝ່າຍຫວຽດນາມ-ຍີ່ປຸ່ນໃນຂົງເຂດກະສິກຳ
15/11/2014 09:19
(vovworld)-ໃນຂອບເຂດງານຕະຫລາດນັດກະສິກຳສາກົນຄັ້ງທີ 14, ຕອນບ່າຍວັນທີ 14/11 ຢູ່ ຮ່າໂນ້ຍ
ຮ້ານວາງສະແດງທີ່ງານຕະຫລາດກະສິກຳສາກົນ ພາບ:TTXVN (vovworld)-ໃນຂອບເຂດງານຕະຫລາດນັດກະສິກຳສາກົນຄັ້ງທີ 14, ຕອນບ່າຍວັນທີ 14/11 ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໂດຍມີການເຂົ້າຮ່ວມຂອງ 60 ວິສາຫະກິດສອງປະເທດ. ທີ່ກອງປະຊຸມ, ວິສາຫະກິດຫວຽດນາມ ໄດ້ສຳພັດ, ຊອກຮູ້ບັນດາກາລະໂອກາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ- ສິນໃນນ້ຳ ເຂົ້າຕະຫລາດຍີ່ປຸ່ນ. ພ້ອມທັງຊອກຮູ້ບັນດາຜະລິດຕະພັນກົນຈັກ, ອຸປະກອນຮັບໃຊ້ກະສິກຳ ຈາກບັນດາບໍລິສັດຂອງຍີ່ປຸ່ນ. ທ່ານ Kennichi Takashima, ປະທານສະຫະສະມາຄົມບັນດາບໍລິສັດຜະລິດກົນຈັກອຸປະກອນກະສິກຳ ຍີ່ປຸ່ນ ໃຫ້ຮູ້ວ່າ:
TAG
vovworld/ກະສິກຳ
Related






