VOV WorldVOV World
ກຳມາທິການກົດໝາຍສະພາແຫ່ງຊາດກວດກາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ)
18/02/2014 09:13
(vovworld) – ພາຍຫຼັງ​ເກື​ອບ 7 ປີ​ມີ​ຜົນ​ບັງຄັບໃຊ້, ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ ປີ 2006 ​ໄດ້​ຊຸກ​ຍູ້ການ​ພັດທະນາ​ຂອງ​​ຂະ​ແໜງການບິນ​ຢ່າງ​ແຮງ.
ກຳມາທິການກົດໝາຍສະພາແຫ່ງຊາດກວດກາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ)
ພາບປະກອບ (vovworld) – ກອງ​ປະຊຸມ​ກວດກາ​ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ (ສະບັບ​ປັບປຸງ) ຖື​ກຈັດຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/2, ຢູ່ ຮ່າ​ໂນ້ຍ ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ. ພາຍຫຼັງ​ເກື​ອບ 7 ປີ​ມີ​ຜົນ​ບັງຄັບໃຊ້, ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ ປີ 2006 ​ໄດ້​ຊຸກ​ຍູ້ການ​ພັດທະນາ​ຂອງ​​ຂະ​ແໜງການບິນ​ຢ່າງ​ແຮງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜ່ານ​ການ​ຜັນ​ຂະຫຍາຍ, ກົດໝາຍ​ຍັງ​ມີ​ສິ່ງ​ຈຳກັດ, ​ຈຳນວນ​ໜຶ່ງ ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພຂອງການບິນ, ການ​ເຄື່ອນ​ໄຫວ​ກວດກາ​ວິຊາ​ສະ​ເພາະ.​​.​. ຮ່າງກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນໄດ້ຮັບການປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ໃຫ້​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່.     ກ່ຽວ​ກັບ​ພາກສ່ວນ​ກວດກາ​ການ​ບິນ, ຮ່າງ​ກົດ​ໝາຍໄດ້​ປັບປຸງວ່າ: ພາກສ່ວນ “ກວດກາ​ການບິນ​ຂຶ້ນ​ກັບ​ອົງການ​ຄຸ້ມ​ຄອງ​​ລັດ​ໂດຍລົງເລິກຂະ​ແໜງ​ການບິນ, ປະຕິບັດ​ພາລະ​ບົດບາດ​ກວດກາ​ວິຊາ​ສະ​ເພາະກ່ຽວ​ກັບ​ການ​ບິນ​ພົນລະ​ເຮືອນ”. ທ່ານ​ດັ້ງ​ດິ່ງ​ລວຽນ, ຮອງ​ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ປະກອບ​ຄຳ​ເຫັນ​ວ່າ:    
TAG
vovworld/vov/ການບິນ