ກະຊວງຕຳຫລວດຫວຽດນາມເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບລາວ
27/12/2013 10:38
(vovworld)-ຕອນບ່າຍວັນທີ 27/12, ຢູ່ສຳນັກງານກະຊວງຕຳຫລວດຫວຽດນາມ, ພົນເອກ ເຈີນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ພົນເອກ ເຈີນດ້າຍກວາງຕ້ອນຮັບດຣ ທອງບັນ ແສງອາພອນ ພາບ:cand.com.vn (vovworld)-ຕອນບ່າຍວັນທີ 27/12, ຢູ່ສຳນັກງານກະຊວງຕຳຫລວດຫວຽດນາມ, ພົນເອກ ເຈີນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍ ດຣ ທອງບັນ ແສງອາພອນ, ເລຂາສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ນຳຫນ້າ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງຕຳຫລວດຫວຽດນາມ. ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນເອກະພາບຕີລາຄາວ່າ: ປີ 2013 ກະຊວງຕຳຫລວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕັ້ງຫນ້າຮ່ວມມືຢ່າງແຫນ້ນແຟ້ນ,ມີປະສິດທິຜົນໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນສາມັກຄີມິດຕະພາບລະຫວ່າງຫວຽດນາມ ແລະ ລາວ. ໃນໄລຍະຈະມາເຖິງ, ສອງກະຊວງສືບຕໍ່ຍູ້ແຮງການຮ່ວມມືຮອບດ້ານ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ປະກອບສ່ວນຮັກສາຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ ແລະ ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ. ພາຍຫລັງການເຈລະຈາ, ທ່ານລັດຖະມົນຕີ ເຈີນດ້າຍກວາງ ຕາງຫນ້າໃຫ້ກະຊວງຕຳຫລວດຫວຽດນາມ ແລະ ທ່ານ ທອງບັນ ແສງອາພອນ ຕາງຫນ້າໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ລົງນາມໃນແຜນການຮ່ວມມືປີ 2014 ລະຫວ່າງສອງກະຊວງ.
TAG
vovworld/vov/ກະຊວງຕຳຫລວດ/ກະຊວງປ້ອງກັນຄວາມສະຫງົບລາວ
Related






