VOV WorldVOV World
ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ປະຕິບັດກົດໝາຍ ອາເມລິກາ
12/11/2019 09:01
(VOVWORLD) -ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນ ປະຕິບັດກົດໝາຍ ອາເມລິກາ (USLEC) ແລະ ສະຫະສະມາຄົມຜູ້ບັນຊາການ ຕໍາຫຼວດສາກົນ (IACP) ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ປະຕິບັດກົດໝາຍ ອາເມລິກາ
ທ່ານພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນ ປະຕິບັດກົດໝາຍ ອາເມລິກາ (ພາບ: VOV)

ທ່ານຮອງລັດຖະມົນຕີ ຫງວຽນວັນແທັ່ງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ ແລະ ປາດຖະໜາວ່າ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບລະບຽບການດ້ານການເມືອງຂອງກັນ, ເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານ ຫງວຽນວັນແທັ່ງ ກໍສະເໜີໃຫ້ ສະຫະພັນ ປະຕິບັດກົດໝາຍ ອາເມລິກາ, ສະຫະສະມາຄົມຜູ້ບັນຊາການຕໍາຫຼວດສາກົນ ແລະ ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການແລກປ່ຽນຂໍ້ມູນດ້ານວິຊາການ, ເອກະສານ ແລະ ປະສົບການປະຕິບັດງານ ໃນບັນດາຂົງເຂດປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ... ເພື່ອປະສານສົມທົບກັນໃນວຽກງານປ້ອງກັນ, ຕ້ານ, ສືບສວນ ອາດຊະຍາກໍາ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການໜູນຊ່ວຍບໍາລຸງສ້າງຍົກສູງກໍາລັງຄວາມສາມາດ ໃຫ້ແກ່ກໍາລັງປະຕິບັດກົດໝາຍຂອງຫວຽດນາມ.


TAG
VOV/VOVworld/ອາດຊະຍາກໍາຂ້າມຊາດ/ຕໍາຫຼວດ/ປະຕິບັດ​ກົດໝາຍ