ກະຊວງການຕ່າງປະເທດ ຫວຽດນາມ ຈັດການປະຊຸມຂ່າວປະຈຳເດືອນ
22/11/2012 10:54
ວັນທີ 22/11, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການປະຊຸມຂ່າວປະຈຳເດືອນ ເພື່ອປະກາດການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມ ແລະ ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈ

ທ່ານ ເລືອງແທນຫງີ້ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ພາບ: internet (vovworld) - ວັນທີ 22/11, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການປະຊຸມຂ່າວປະຈຳເດືອນ ເພື່ອປະກາດການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມ ແລະ ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈ. ເມື່ອເຕື້ອງເຖິງເລື່ອງ, ວັນທີ 12/12 ຈະມາເຖິງຢູ່ນະຄອນຫລວງ ມານີລາ ປະເທດ ຟິລິບປີນ, ຈະດຳເນີນການພົບປະຄັ້ງຕ່າງໆລະຫວ່າງບັນດາປະເທດມີຖະແຫລງການກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ ທີ່ຂຶ້ນກັບ ອາຊຽນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລືອງແທນຫງີ້ ຊີ້ແຈງວ່າ: ເລື່ອງທາບທາມຄຳເຫັນລະຫວ່າງບັນດາປະເທດ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ແມ່ນວຽກງານທຳມະດາ ແລະ ເປັນປະຈຳ ເພື່ອຊຸກຍູ້ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລຢູ່ທະເລຕາເວັນອອກ ກໍຄືຊຸກຍູ້ແກ້ໄຂການພິພາດໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ເມື່ອເຕື້ອງເຖິງບັນຫາຫວ່າງແລ້ວນີ້, ຈີນ ໄດ້ອອກຫນັງສືຜ່ານແດນໃຫ້ແກ່ພົນລະເມືອງຂອງຕົນ, ໃນນັ້ນ ພິມແຜນທີ່ຂອງຈີນ ລວມມີເສັ້ນທາງ 9 ຕອນ ຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລືອງແທນຫງີ້ ເນັ້ນຫນັກວ່າ:
TAG
ປະຊຸມຂ່າວ
Related






