ຂະແໜງກະສິກຳ ແລະ ສິ່ງແວດລ້ອມສ້າງພື້ນຖານຂໍ້ມູນດີຈີຕອນໃຫ້ຄົບຊຸດ
07/04/2026 08:48
[VOVWORLD] - ການເຊື່ອມຕໍ່ພື້ນຖານຂໍ້ມູນໃຫ້ສົມບູນແບບ ພ້ອມກັບການຜັນຂະຫຍາຍແຜນການຊອກຫາແຫຼ່ງກຳເນີດຜະລິດຕະພັນກະເສດ ໄດ້ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ.

7.4-fm_sang-3-dong_bo-anh_2.jpg ພາບ: ມິງລອງ ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບກະຊວງຕຳຫຼວດ ຫວຽດນາມ ຈັດພິທີເຊັນບົດບັນທຶກຊ່ວຍຈຳ ແລະ ກົດປຸ່ມການເຊື່ອມຕໍ່ພື້ນຖານຂໍ້ມູນຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບພື້ນຖານຂໍ້ມູນສັງລວມແຫ່ງຊາດ-ກະຊວງຕຳຫຼວດ. ກ່າວຄຳເຫັນທິ່ພິທີ, ທ່ານເຈິ່ນດຶກທັງ, ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ເນັ້ນໜັກວ່າ: ການເຊື່ອມຕໍ່ພື້ນຖານຂໍ້ມູນໃຫ້ສົມບູນແບບ ພ້ອມກັບການຜັນຂະຫຍາຍແຜນການຊອກຫາແຫຼ່ງກຳເນີດຜະລິດຕະພັນກະເສດ ໄດ້ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນສຳລັບວຽກງານຄຸ້ມຄອງແຫ່ງລັດ ໃນຂົງເຂດກະຊວງກະສິກຳ ແລະ ສິ່ງແວດລ້ອມຢູ່ສູນກາງ ແລະ ທ້ອງຖິ່ນ. ພ້ອມທັງໄດ້ປະກອບສ່ວນຮັບໃຊ້ເປັນຢ່າງດີກ່ວາ, ນຳມາເຊິ່ງປະສິດທິຜົນອັນແທດຈິງໃຫ້ແກ່ ປຊຊ, ວິສາຫະກິດໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ກໍ່ຄືບັນດາການບໍລິການພາກລັດ.
TAG
VOV/VOVWORLD ຂະແໜງກະສິກຳ ແລະ ສິ່ງແວດລ້ອມສ້າງພື້ນຖານຂໍ້ມູນດີຈີຕອນໃຫ້ຄົບຊຸດ/ທ່ານລັດຖະມົນຕີ ເຈິ່ນດຶກທັງ/
Related





