ຂະບວນການ ກໍ່ສ້າງຊົນນະບົດໃໝ່ໄດ້ມີການຫັນປ່ຽນຢ່າງແຂງແຮງ
22/01/2015 12:37
(vovworld)- ຕອນບ່າຍວັນທີ 22/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເປັນປະທານ....

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ (vovworld)- ຕອນບ່າຍວັນທີ 22/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕິເນັດ ສະຫຼຸບປີ 2014 ແລະ ຜັນຂະຫຍາຍແຜນການປີ 2015 ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່. ບົດລາຍງານໝາກຜົນແຫ່ງການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ປີ 2014 ໃຫ້ເຫັນວ່າ ຂະບວນການໄດ້ມີການຫັນປ່ຽນຢ່າງແຂງແຮງ. ບັນດາທ້ອງຖິ່ນໄດ້ມີຫຼາຍກົນໄກ, ນະໂຍບາຍທີ່ພີກໄຫວເພື່ອລະດົມແຫຼ່ງກຳລັງປະຕິບັດໂຄງການ. ຍ້ອນແນວນັ້ນ, ລະດັບບັນລຸບັນລຸມາດຖານຂອງສັງຄົມເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ໂຄງປະກອບພື້ນຖານໂຄງລ່າງທີ່ຈຳເປັນເພື່ອຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການກໍ່ສ້າງ, ຍົກລະດັບ, ລາຍຮັບຂອງປະຊາຊົນຢູ່ເຂດຊົນນະບົດໄດ້ເພີ່ມຂຶ້ນສູງກວ່າ. ໄລຮອດໝົດປີ 2014, ທົ່ວປະເທດມີ 785 ຕາແສງບັນລຸມາດຖານ. ປະຈຸບັນມີ 2 ຫົວໜ່ວຍຂັ້ນເມືອງໃນແຂວງດົງນາຍ ໄດ້ຮັບການຢັ້ງຢືນບັນລຸມາຕະຖານຊົນນະບົດໃໝ່ຈາກລັດຖະບານ.
TAG
vov/vovworld/ນາຍົກລັດຖະມົນຕີ
Related






